Friday, June 10, 2011

ໝວດທີ XI ບົດບັນຍັດສຸດທ້າຍ

Posted by ຄົນອາລົມດີ 11:12 AM, under | No comments

ໝວດທີ XI ບົດບັນຍັດສຸດທ້າຍ

ອີເມລ ພິມ PDF
ມາດ​ຕາ  96(ໃໝ່​).    ລັດ​ຖະ​ທໍາ​ມະ​ນູນ​ ຂອງ​ສາ​ທາ​ລະ​ນະ​ລັດ​ ປະ​ຊາ​ທິ​ປະ​ໄຕ​ ປະ​ຊາ​ຊົນ​ລາວ​ ແມ່ນ​ກົດ​ໝາຍ​ພື້ນ​ຖານ​ຂອງ​ຊາດ​. ທຸກ​ກົດ​ໝາຍ​ຕ້ອງ​ໃຫ້​ສອດ​ຄ່ອງ​ກັບ​ລັດ​ຖະ​ທໍາ​ມະ​ນູນ​.  

ມາດ​ຕາ​ 97.    ມີ​ແຕ່ກອງ​ປະ​ຊຸມ​ສະ​ພາ​ແຫ່ງ​ຊາດ​ ແຫ່ງ​ສາ​ທາ​ລະ​ນະ​ລັດ​ ປະ​ຊາ​ທິ​ປະ​ໄຕ​ ປະ​ຊາ​ຊົນ​ລາວ​ ເທົ່າ​ນັ້ນ​ຈຶ່ງ​ມີ​ສິດ​ປ່ຽນ​ແປງ​ລັດ​ຖະ​ທໍາ​ມະ​ນູນ​. ໃນ​ການ​ປ່ຽນ​ແປງ​ລັດ​ຖະ​ທໍາ​ມະ​ນູນ​ຕ້ອງ​ມີ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ ຊາດ​ ຢ່າງ​ໜ້ອຍ​ສອງ​ສ່ວນ​ສາມ​ຂອງ​ຈໍານວນ​ສະ​ມາ​ຊິກ​ທັງ​ໝົດ​ ເປັນ​ຜູ້​ລົງ​ຄະ​ແນນ​ສຽງ​ເຫັນ​ດີ.

ມາດ​ຕາ 98(ໃໝ່​).    ລັດ​ຖະ​ທໍາ​ມະ​ນູນ​ສະ​ບັບ​ນີ້​ ມີ​ຜົນ​ສັກ​ສິດ​ນັບ​ແຕ່​ວັນ​ປະ​ທານ​ປະ​ເທດ​ແຫ່ງ​ ສາ​ທາ​ລະ​ນະ​ ລັດ​ ປະ​ຊາ​ທິ​ປະ​ໄຕ​ ປະ​ຊາ​ຊົນ​ລາວ​ ອອກ​ລັດ​ຖະ​ດໍາ​ລັດ​ປະ​ກາດ​ໃຊ້​ເປັນ​ຕົ້ນ​ໄປ.



                                                               ວຽງ​ຈັນ​, ວັນ​ທີ 6 ພຶດ​ສະ​ພາ​ 2003


ຂອບໃຈທີ່ມາ ຈາກ   http://www.na.gov.la/index.php

0 ຄວາມຄິດເຫັນ:

Blog Archive

Blog Archive