Monday, May 23, 2011

ລວມກັດໝາຍລາວ

Posted by ຄົນອາລົມດີ 9:31 PM, under | No comments

  1.   ລັດຖະທຳມະນູນ 2003
  2.  ກົດໝາຍ ອາຍາວ່າ ດ້ວຍການປັບປູງ(2005)
  3.  ກົດໝາຍ ວ່າດ້ວຍ ການດຳເນີນຄະດີອາຍາ(2004)
  4.  ກົດໝາຍ ວ່າດ້ວຍ ອົງການໄອຍະການແຫ່ງ ສປປ ລາວ (2003) 
  5. ກົດໝາຍ ວ່າດ້ວຍ ສານປະຊາຊົນແຫ່ງ ສປປ ລາວ (2003)
  6.  ກົດໝາຍ ວ່າດ້ວຍ ກຳມະສິດ(1990)
  7. ກົດໝາຍ ວ່າດ້ວຍ ມຼນມໍລະດົກ ແລະ ພື້ນຖານຂອງການສືບທອດມໍລະດົກ (1990)
  8.  ກົດໝາຍ ວ່າດ້ວຍ ຄ່າທຳນຽມສານ (2006)
  9.  ກົດໝາຍ ວ່າດ້ວຍ ຂໍ້ຜຼກພັນໃນສັນຍາ(1990)
  10.  ກົດໝາຍ ວ່າດ້ວຍ ສັນຊາດລາວ (2004)
  11.  ກົດໝາຍ ວ່າດ້ວຍ ຄອບຄົວ (1990)
  12.  ກົດໝາຍ ວ່າດ້ວຍ ຂໍ້ຜຼກພັນນອກສັນຍາ (1990)
  13.  ກົດໝາຍ ວ່າດ້ວຍ ການດຳເນີນຄະດີທາງແພງ ສະບັບປັບປູງ (2004)
  14.  ກົດໝາຍ ວ່າດ້ວຍ ການບັນຊີ (2007)
  15.  ກົດໝາຍ ວ່າດ້ວຍ ການປະກັນໄພ (1990)
  16.  ກົດໝາຍ ວ່າດ້ວຍ ການຂົນສົ່ງທາງບົກ (1997)
ລັດຖະທຳມະນູນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
    ແມ່ນກົດໝາຍພື້ນຖານຂອງ...ລາວ ເຊິ່ງກຳນົດລະອຽດເຖິງລະບອບການເມືອງ, ລະບອບເສດຖະກິດ-ສັງຄົມ, ສິດ ແລະ ພັນທະພື້ນຖານຂອງພົນລະເມືອງລາວ, ຫຼັກການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົງຈັກລັດ ແຫ່ງ ...ລາວ.

ພາຍຫຼັງການຍົກເລີກລັດຖະທຳມະນູນ ແຫ່ງ ພະຣາຊະອານາຈັກລາວ ໃນ1975, ລັດຖະບານໃຫມ່ຂອງ ...ລາວ ໄດ້ປົກຄອງປະເທດໂດຍບໍ່ມີລັດຖະທຳມະນູນ ແລະ ກົດຫມາຍ ໂດຍອາໄສບັນດາຂໍ້ດຳລັດ, ມະຕິຕົກລົງ ແລະ ຄຳສັ່ງຕ່າງໆຂອງລັດ ເປັນບັນທັດຖານໃນການຄູ້ມຄອງສັງຄົມແທນ ເຊິ່ງແກ່ຍາວຈົນມາເຖິງປີ 1988 ພັກປະຊາຊົນປະຕິວັດລາວ ເຊິ່ງເປັນພັກກຳອຳນາດການປົກຄອງຢູ່ ...ລາວ ຈຶ່ງໄດ້ມີນະໂຍບາຍປະຕິຮູບລະບົບການເມືອງການປົກຄອງຄືນໃຫມ່ ໂດຍສຸມໃສ່ການສ້າງລັດຖະທຳມະນູນ ແລະ ບັນດາລະບົບກົດຫມາຍຂຶ້ນມາ ເພື່ອເຮັດໃຫ້ ...ລາວ ກາຍມາເປັນລັດທີ່ຄຸ້ມຄອງໂດຍກົດຫມາຍເທື່ອລະກ້າວ; ດວ້ຍເຫດນັ້ນ, ສະພາປະຊາຊົນສູງສຸດ ເຊິ່ງເຮັດຫນ້າທີ່ເປັນອົງການນິຕິບັນຍັດໃນເວລານັ້ນ ຈຶ່ງໄດ້ມີການສ້າງກົດຫມາຍຊຸດທຳອິດຂອງ ...ລາວ ຂຶ້ນມາ ເຊິ່ງແມ່ນກົດຫມາຍອາຍາ ແລະ ບັນດາກົດຫມາຍແພ່ງຈຳນວນຫນຶ່ງພາຍໃນປີດັ່ງກ່າວ; ຫຼັງຈາກນັ້ນອີກ 3 ປີ ສະພາດັ່ງກ່າວຈຶ່ງໄດ້ສ້າງລັດຖະທຳມະນູນສະບັບທຳອິດຂອງ ...ລາວ ແລະ ຖືກປະກາດນຳໃຊ້ຢ່າງເປັນທາງການ ໃນວັນທີ 15 ສິງຫາ 1991 ເຊິ່ງລັດຖະບານຂອງ ...ລາວ ກໍ່ໄດ້ປະກາດໃຫ້ວັນດັ່ງກ່າວເປັນວັນພັກປະຈຳປີຂອງຊາດອີກດວ້ຍ.

ລັດຖະທຳມະນູນຂອງ ...ລາວ ສະບັບທຳອິດ ໃນປີ 1991 ປະກອບມີທັງຫມົດ10 ຫມວດ ແລະ 80 ມາດຕາ, ເຊິ່ງຕໍ່ມາໃນເດືອນພຶດສະພາ 2003 ກອງປະຊຸມສະໄຫມສາມັນຄັ້ງທີ 3 ຂອງສະພາແຫ່ງຊາດຊຸດທີ V ຈຶ່ງໄດ້ມີການຍື່ນຍັດຕິແກ້ໄຂລັດຖະທຳມະນູນເປັນຄັ້ງທຳອິດ, ເຊິ່ງໄດ້ມີການປ່ຽນແປງ ແລະ ເພີ່ມບາງຫມວດ ແລະ ບາງມາດຕາເຂົ້າໃສ່ຕື່ມ ກາຍມາເປັນ 11 ຫມວດ ແລະ 98 ມາດຕາໃນປະຈຸບັນ ໂດຍມີການຮັບຮອງເອົາຕາມມະຕິຕົກລົງຂອງປະທານສະພາແຫ່ງຊາດ ໃນວັນທີ 6 ພຶດສະພາ 2003 ແລະ ປະກາດນຳໃຊ້ໂດຍປະທານປະເທດ ແຫ່ງ ...ລາວ ຕາມລັດຖະດຳລັດເລກທີ 032/ສປປ ລົງວັນທີ 28 ພຶດສະພາ 2003; ອັນໄດ້ກາຍມາເປັນພື້ນຖານໃຫ້ແກ່ບັນດາກົດຫມາຍຂະແຫນງຕ່າງໆ ໂດຍສະເພາະໃນຂົງເຂດບໍລິຫານ ແລະ ຍຸດຕິທຳ, ລວມເຖິງໃນຂົງເສດເສດຖະກິດ, ວັດທະນະທຳ-ສັງຄົມອີກດວ້ຍ.


[ດັດແກ້]ລັດຖະທຳມະນູນແຫ່ງ ...ລາວ ສະບັບປະຈຸບັນ (2003) ແມ່ນປະກອບມີເນື້ອໃນຢູ່ 12 ບັນຫາໃຫຍ່ຄື:
1.   ຄຳນຳ
2.   ລະບອບການເມືອງ (ຫມວດທີ 1, ມີ 12 ມາດຕາ )
3.   ລະບອບເສດຖະກິດ - ສັງຄົມ (ຫມວດທີ 2, ມີ 18 ມາດຕາ)
4.   ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ (ຫມວດທີ 3, ມີ 3 ມາດຕາ)
5.   ສິດ ແລະ ພັນທະພື້ນຖານຂອງພົນລະເມືອງ (ຫມວດທີ 4, ມີ 18 ມາດຕາ)
6.   ສະພາແຫ່ງຊາດ (ຫມວດທີ 5, ມີ 13 ມາດຕາ)
7.   ປະທານປະເທດ (ຫມວດທີ 6, ມີ 4 ມາດຕາ)
8.   ລັດຖະບານ (ຫມວດທີ 7, ມີ 6 ມາດຕາ)
9.   ການປົກຄອງທ້ອງຖິ່ນ (ຫມວດທີ 8, ມີ 4 ມາດຕາ)
10.                     ສານປະຊາຊົນ ແລະ ອົງການໄອຍະການປະຊາຊົນ (ຫມວດທີ 9, ມີ 10 ມາດຕາ)
11.                     ພາສາ, ອັກສອນ, ເຄື່ອງຫມາຍຊາດ, ທຸງຊາດ, ວັນຊາດ, ສະກຸນເງິນ ແລະ ນະຄອນຫຼວງ (ຫມວດທີ 10, ມີ 7 ມາດຕາ)
12.                     ບັນຍັດສຸດທ້າຍ (ຫມວດທີ 11, ມີ 3 ມາດຕາ


ກົດໝາຍລາວຈະສັກສິດກໍຕໍ່ເມື່ອເຈົ້າໜ້າທີຜຼ້ຮັບຜິດຊອບປະຕິບັດວຽກງານໂດຍສູດຈະລິດ
ຂໍ້ມູນຈາກ  http://laosdy.blogspot.com/p/blog-page_2546.html

    0 ຄວາມຄິດເຫັນ:

    Blog Archive

    Blog Archive