Friday, June 10, 2011

ໝວດທີ X ພາສາ, ອັກສອນ, ເຄື່ອງໝາຍຊາດ, ທຸງຊາດ, ເພັງຊາດ, ວັນຊາດ, ສະກຸນເງິນ ແລະນະຄອນຫລວງ

Posted by ຄົນອາລົມດີ 11:10 AM, under | No comments

ໝວດທີ X ພາສາ, ອັກສອນ, ເຄື່ອງໝາຍຊາດ, ທຸງຊາດ, ເພັງຊາດ, ວັນຊາດ, ສະກຸນເງິນ ແລະນະຄອນຫລວງ

ອີເມລ ພິມ PDF
ມາດ​ຕາ 89.    ພາ​ສາ ແລະ​ອັກ​ສອນ​ລາວ​ເປັນ​ພາ​ສາ​ ແລະ​ອັກ​ສອນ​ທີ່​ໃຊ້​ເປັນ​ທາງ​ການ​.
ມາດ​ຕາ 90.    ເຄື່ອງ​ໝາຍ​ຊາດ​ຂອງ​ສາ​ທາ​ລະ​ນະ​ລັດ​ ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ​ລາວ​ ເປັນ​ຮູບ​ວົງ​ມົນ​ ດ້ານ​ລຸ່ມ​ມີ​ຮູບ​ເຄິ່ງ​ກົງ​ຈັກ​ເປັນ​ແຂ້ວ​ ແລະ​ໂບ​ສີ​ແດງ​ຂຽນ​ອັກ​ສອນ​ " ສາ​ທາ​ລະ​ນະ​ລັດ​ ປະ​ຊາ​ທິ ປະ​ໄຕ ປະ​ຊາ​ຊົນ​ລາວ​ ", ສອງ​ຂ້າງ​ອ້ອມ​ດ້ວຍ​ຮ​ວງ​ເຂົ້າ​ສຸກ​ເປັນ​ຮູບ​ເຟື້ອງ​ພະ​ຈັນ​ ແລະ​ໂບ​ສີ​ແດງ​ຂຽນ​ອັກ​ສອນ​ " ສັນ​ຕິ​ພາບ​, ເອ​ກະ​ລາດ​, ປະ​ຊາ​ທິ​ປະ​ໄຕ​, ເອ​ກະ​ພາບ​, ວັດ​ທະ​ນະ​ຖາວອນ​ ",  ລະ​ຫ​ວ່າງ​ກາງ​ ຂອງ​ສອງ​ປາຍ​ຮ​ວງ​ເຂົ້າ​ມີ​ຮູບ​ທາດ​ຫຼວງ​, ຢູ່​ກາງ​ຮູບ​ວົງ​ມົນ​ມີ​ຫົນ​ທາງ​, ທົ່ງ​ນາ​, ປ່າ​ໄມ້ ແລະ​ເຂື່ອນ​ໄຟ​ຟ້າ​ນໍ້າ​ຕົກ​.

ມາດ​ຕາ 91.    ທຸງ​ຊາດ​ຂອງ​ສາ​ທາ​ລະ​ນະ​ລັດ​ ປ​ະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ​ລາວ​ ແມ່ນ​ທຸງ​ພື້ນ​ສີ​ຄາມ​, ແຂບ​ສີ​ແດງ​ ແລະ​ວົງ​ເດືອນ​ສີ​ຂາວ​ຢູ່​ເຄິ່ງ​ກາງ​ຂອງ​ທຸງ​ຊາດ​. ລ​ວງ​ກ​ວ້າງ​ຂອງ​ທຸງ​ເທົ່າ​ກັບ​ສອງ​ສ່ວນ​ ສາມ​ຂອງ​ລ​ວງ​ຍາວ​, ລວງ​ກວ້າງ​ຂອງ​ແຂບ​ສີ​ແດງ​ແຕ່​ລະ​ເບື້ອງ​ເທົ່າ​ກັບ​ເຄິ່ງ​ໜຶ່ງ​ຂອງ​ລວງ​ ກວ້າງ​ແຂບ​ສີ​ຄາມ​ ແລະ​ວົງ​ເດືອນ​ສີ​ຂາວ​ ກ​ວ້າງ​ເທົ່າ​ກັບ​ສີ່​ສ່ວນ​ຫ້າ​ຂອງ​ລ​ວງ​ກ​ວ້າງ​ແຂບ​ສີ​ຄາມ​.

ມາດ​ຕາ 92.
    ເພງ​ຊາດ​ຂອງ​ສາ​ທາ​ລະ​ນະ​ລັດ​ ປ​ະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ​ລາວ​ ແມ່ນ​ເພງ​ທີ່​ມີ​ຊື່​ວ່າ​  " ຊາດ​ລາວ​ ".

ມາດ​ຕາ 93(ໃໝ່​).    ວັນ​ຊາດ​ຂອງ​ສາ​ທາ​ລະ​ນະ​ລັດ​ ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ​ລາວ​ ແມ່ນ​ວັນ​ສະ ຖາ​ປະ​ນາ​ ສ​າ​ທາ​ລະ​ນະ​ລັດ​ ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ​ລາວ​ ຄື​: ວັນ​ທີ 2 ເດືອນ​ ທັນ​ວາ ປີ 1975.

ມາດ​ຕ​າ​ 94(ໃໝ່​).    ສະ​ກຸນ​ເງິນ​ຂອງ​ສາ​ທາ​ລະ​ນະ​ລັດ​ ປ​ະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ​ລາວ​ ແມ່ນ​ເງິນ​ກີບ​.

ມາດ​ຕາ 95.    ນະ​ຄອນ​ຫຼວງ​ຂອງ​ສາ​ທາ​ລະ​ນະ​ລັດ​ ປ​ະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ​ລາວ​ ແມ່ນ​ນະ ຄອນ​ຫຼວງ​ວຽງ​ຈັນ​.

ຂອບໃຈທີ່ມາ ຈາກ   http://www.na.gov.la/index.php

0 ຄວາມຄິດເຫັນ:

Blog Archive

Blog Archive