Friday, June 10, 2011

ໝວດທີ VIII ການປົກຄອງທ້ອງຖິ່ນ

Posted by ຄົນອາລົມດີ 11:07 AM, under | No comments

ໝວດທີ VIII ການປົກຄອງທ້ອງຖິ່ນ

ອີເມລ ພິມ PDF
ມາດ​ຕາ 75 (ໃໝ່​).   ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ​ລາວ ແບ່ງ​ການ​ປົກ​ຄອງ​ທ້ອງ​ຖິ່ນ ອອກ​ເປັນ​ສາມ​ຂັ້ນ​ຄື​: ຂັ້ນ​ແຂ​ວງ​, ຂັ້ນ​ເມື​ອງ ແລະ​ຂັ້ນ​ບ້ານ.
    ຂັ້ນ​ແຂວ​ງ​  ມ​ີ​ແຂ​ວງ ແລະ​ນະ​ຄອນ.
    ຂັ້ນ​ເມື​ອງ ມີ​ເມື​ອງ ແລະ​ເທດ​ສະ​ບານ.
      ຂັ້ນ​ບ້ານ ມີ​ບ້ານ.
    ແຂ​ວງ ມີ​ເຈົ້າ​ແຂ​ວງ​, ນະ​ຄອນ ມີ​ເຈົ້າ​ຄອງ​ນະ​ຄອນ​,  ເມື​ອງ ມີ​ເຈົ້າ​ເມືອງ​, ເທດ​ສະ​ບານ ມີ​ຫົວ​ໜ້າ​ເທດ​ສະ​ບານ​, ບ້ານ ມີ​ນາຍ​ບ້ານ.
    ເຈົ້າ​ແຂ​ວງ ມີ​ຮອງ​ເຈົ້າ​ແຂ​ວງ​, ເຈົ້າ​ຄອງ​ນະ​ຄອນ ມີ​ຮອງ​ເຈົ້າ​ຄອງ​ນະ​ຄອນ​, ເຈົ້າ​ເມືອງ​ມີ ຮອງ​ເຈົ້າ​ເມືອງ​, ຫົວ​ໜ້າ ເທດ​ສະ​ບານ ມີ​ຮອງ​ຫົວ​ໜ້າ​ເທດ​ສະ​ບານ​, ນາຍ​ບ້ານ ມີ​ຮອງ​ນາຍ​ບ້ານ ເປັນ​ຜູ້​ຊ່ວຍ​ວຽກ.
    ໃນ​ກໍ​ລະ​ນີ​ທີ່​ຈໍາ​ເປັນ​ອາດ​ຈະ​ສ້າງ​ຕັ້ງ​ເຂດ​ພິ​ເສດ​ຂຶ້ນ ຕາມ​ການ​ຕົກ​ລົງ​ຂອງ​ສະ​ພາ​ແຫ່ງ​ຊາດ.ເຂດ​ພິ​ເສດ​ມີ​ຖາ​ນະ ທຽບ​ເທົ່າ​ກັບ​ແຂ​ວງ.

ມາດ​ຕາ 76(ໃໝ່​).    ເຈົ້າ​ແຂ​ວງ​, ເຈົ້າ​ຄອງ​ນະ​ຄອນ​, ເຈົ້າ​ເມືອງ​ມີ​ສິດ ແລະ​ໜ້າ​ທີ່​ລ​ວມ​ດັ່ງ​ນີ້​:
    1. ຮັບ​ປະ​ກັນ​ການ​ປະ​ຕິ​ບັດ​ລັດ​ຖະ​ທໍາ​ມະ​ນູນ ແລະ​ກົດ​ໝາຍ​, ຈັດ​ຕັ້ງ​ປະ​ຕິ​ບັດ​ທຸກ​ມະ​ຕິ​ຄໍາ​ສັ່ງ ທີ່​ຂັ້ນ​ເທິງ​ວາງ​ອອກ​ຢ່າງ ເຂັ້​ມງ​ວດ.
    2. ຊີ້​ນໍາ ແລະກ​ວດ​ກາ​ການ​ເຄື່ອນ​ໄຫວ​ຂອງ​ທຸກ​ຂະ​ແໜງ​ການ​, ທຸກ​ຂັ້ນ ທີ່​ຂຶ້ນ​ກັບ​ຂອບ​ເຂດ​ຄວາມ​ຮັບ​ຜິດ​ຊອບ​ຂອງ ຕົນ.
    3. ງົດ​ການ​ປະ​ຕິ​ບັດ​, ລົບ​ລ້າງ ຫຼື​ຍົກ​ເລີກ​ຂໍ້​ຕົກ​ລົງ​ຂອງ​ທຸກ​ຂະ​ແໜງ​ການ​  ທ​ີ່​ຢ​ູ່​ຂັ້ນ​ຂອງ​ຕົນ ຫຼື​ຂັ້ນ​ລຸ່ມ​ ທີ່​ຂັດ​ກັບ​ລະ ບຽບ​ກົດ​ໝາຍ.
    4. ຄຸ້ມ​ຄອງ​ພົນ​ລະ​ເມືອງ​, ພິ​ຈາ​ລະ​ນາ ແລະ​ແກ້​ໄຂ​ຄໍາ​ຮ້ອງ​ທຸກ ແລະ​ຄໍາ​ສະ​ເໜີ​ຂອງ​ປະ​ຊາ​ຊົນ ຢູ່​ໃນ​ຂອບ​ເຂດ ສິດ​ອໍາ​ນາດ​ຂອງ​ຕົນ ຕາມ​ທີ່​ໄດ້​ກໍາ​ນົດ​ໄວ້​ໃນ​ກົດ​ໝາຍ.
    5. ປະ​ຕິ​ບັດ​ສິດ ແລະ​ໜ້າ​ທີ່​ອື່ນໆ ຕາມ​ທີ່​ໄດ້​ກໍາ​ນົດ​ໄວ້​ໃນ​ກົດ​ໝາຍ. ມາດ​ຕາ 77(ໃໝ່​).    ຫົວ​ໜ້າ​ເທດ​ສະ​ບານ​ມີ​ສິດ ແລະ​ໜ້າ​ທີ່​ໃນ​ການ​ວາງ​ແຜນ​ການ​, ຈັດ​ຕັ້ງ​ປະ​ຕິ​ບັດ ແລະ​ຄຸ້ມ​ຄອງ​ການ ພັດ​ທະ​ນາ​ຕົວ​ເມືອງ​, ບໍ​ລິ​ການ​ສາ​ທາ​ລະ​ນະ​ໃຫ້​ທົ່ວ​ເຖິງ​, ມີ​ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ​, ສະ​ອາດ ແລະ​ສວຍ​ງາມ​ໃນ ຂອບ​ເຂດ​ຕົວ​ເມື​ອງ ຕາມ​ທີ່​ໄດ້​ກໍາ​ນົດ​ໄວ້​ໃນ​ຜັງ​ເມື​ອງ​, ປະ​ຕິບ​ັດ​ສິ​ດ ແລະ​ໜ້າ​ທີ່​ອື່ນໆ ຕາມ​ທີ່​ໄດ້​ກໍາ​ນົດ​ໄວ້​ໃນ​ລະ​ບຽບ ກົດ​ໝາຍ.

ມາດ​ຕາ 78.    ນາຍ​ບ້ານ​ມີ​ຄວາມ​ຮັບ​ຜິດ​ຊອບ​ຈັດ​ຕັ້ງ​ປະ​ຕິ​ບັດ​ລະ​ບຽບ​ກົດ​ໝາຍ ແລະ​ມະ​ຕິ​ຄໍາ​ສັ່ງ​ຂອງ​ລັດ​, ປົກ​ປັກ​ຮັກ ສາ​ຄວາມ​ສະ​ຫ​ງົບ​, ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ​ຂອງ​ບ້ານ ແລະ​ພັດ​ທະ​ນາ​ບ້ານ​ໃຫ້​ມີ​ຄວາມ​ໜັກ​ແໜ້ນ ໃນ​ທຸກ​ດ້ານ.

ຂອບໃຈທີ່ມາ ຈາກ   http://www.na.gov.la/index.php

0 ຄວາມຄິດເຫັນ:

Blog Archive

Blog Archive