Friday, June 10, 2011

ໝວດທີ VII ລັດຖະບານ

Posted by ຄົນອາລົມດີ 11:04 AM, under | No comments

ໝວດທີ VII ລັດຖະບານ

ອີເມລ ພິມ PDF
ມາດ​ຕາ 69.    ລັດ​ຖະ​ບານ ແມ່ນ​ອົງ​ການ​ບໍ​ລິ​ຫານ​ແຫ່ງ​ລັດ.
    ລັດ​ຖະ​ບານ ຄຸ້ມ​ຄອງ​ຢ່າງ​ເປັນ​ເອ​ກະ​ພາບ​ການ​ປະ​ຕິ​ບັດ​ໜ້າ​ທີ່​ຂອງ​ລັດ​ໃນ​ທຸກ​ດ້ານ​: ການ​ເມືອງ​, ເສດ​ຖະ​ກິດ​, ວັດ​ທະ​ນະ​ທໍາ​-ສັງ​ຄົມ​, ປ້ອງ​ກັນ​ຊາດ​-ປ້ອງ​ກັນ​ຄວາມ​ສະ​ຫ​ງົບ ແລະ​ການ​ຕ່າງ​ປະ​ເທດ.

ມາດ​ຕາ 70 (ໃໝ່​).    ລັດ​ຖະ​ບານ​ມີ​ສິດ ແລະ​ໜ້າ​ທີ່​ດັ່ງ​ນີ້​:
    1. ປະ​ຕິ​ບັດ​ລັດ​ຖະ​ທໍາ​ມະ​ນູນ​, ກົດ​ໝາຍ ແລະ​ມະ​ຕິ​ຂອງ​ສະ​ພາ​ແຫ່ງ​ຊາດ​, ລັດ​ຖະ​ບັນ​ຍັດ ແລະ​ລັດ​ຖະ​ດໍາ​ລັດ​ຂອງ​ປະ​ທານ​ປະ​ເທດ.
    2. ສະ​ເໜີ​ຮ່າງ​ກົດ​ໝາຍ ແລະ​ຮ່າງ​ລັດ​ຖະ​ບັນ​ຍັດ​ຕໍ່​ສະ​ພາ​ແຫ່ງ​ຊາດ​, ຮ່າງ​ລັດ​ຖະ​ດໍາ​ລັດ​ຕໍ່​ປະ​ທານ​ປະ​ເທດ.
    3. ກໍາ​ນົດ​ແຜນ​ຢຸດ​ທະ​ສາດ​, ແຜນ​ພັດ​ທະ​ນາ​ເສດ​ຖະ​ກິດ​-ສັງ​ຄົມ​ ແລະ​ແຜນ​ງົບ​ປະ​ມານ​ແຫ່ງ​ລັດ​ປະ​ຈໍາ​ປີ ແລ້ວ​ນໍາ​ສະ​ເໜີ​ໃຫ້​ສະ​ພາ​ແຫ່ງ​ຊາດ​ພິ​ຈາ​ລະ​ນາ ແລະ​ຮັບ​ຮອງ​ເອົາ.
    4. ລາຍ​ງານ​ການ​ເຄື່ອນ​ໄຫວ​ວຽກ​ງານ​ຂອງ​ຕົນ​ຕໍ່​ສະ​ພາ​ແຫ່ງ​ຊາດ​, ຕໍ່​ຄະ​ນະ​ປະ​ຈໍາ​ສະ​ພາ ແຫ່ງ​ຊາດ (ໃນ​ເວ​ລາ​ທີ່​ສະ​ພາ​ແຫ່ງ​ຊາດ​ບໍ່​ໄດ້​ເປີ​ດກອງ​ປະ​ຊຸມ​) ແລະ​ລາຍ​ງານ​ຕໍ່​ປະ​ທານ ປະ​ເທດ.
    5. ອອກ​ດໍາ​ລັດ​, ມະ​ຕິ​ຕົກ​ລົງ ກ່ຽວ​ກັບ​ການ​ຄຸ້ມ​ຄອງ​ລັດ​, ຄຸ້ມ​ຄອງ​ເສດ​ຖະ​ກິດ​-ສັງ​ຄົມ​, ວິ​ທະ​ຍາ​ສາດ​, ເຕັກ​ນິກ​, ເຕັກ​ໂນ​ໂລ​ຢີ​, ຊັບ​ພະ​ຍາກອນ​ແຫ່ງ​ຊາດ​, ສິ່ງ​ແວດ​ລ້ອມ​, ການ​ປ້ອງ​ກັນ​ຊາດ -ປ້ອງ​ກັນ​ຄວາມ​ສະ​ຫ​ງົບ ແລະ​ການ​ຕ່າງ​ປະ​ເທດ.
    6. ຈັດ​ຕັ້ງ​, ຊີ້​ນໍາ ແລະກ​ວດ​ກາ​ການ​ເຄື່ອນ​ໄຫວ​ຂອງ​ບັນ​ດາ​ຂະ​ແໜງ​ການ ແລະ​ອົງ​ການ​ປົກ​ຄອງ​ທ້ອງ​ຖິ່ນ.
    7. ຈັດ​ຕັ້​ງ​  ແລະກ​ວດ​ກາ​ການ​ເຄື່ອນ​ໄຫວ​ຂອງ​ກໍາ​ລັງ​ປ້ອງ​ກັນ​ຊາດ​-ປ້ອງ​ກັນ​ຄວາມ​ສະ​ຫ​ງົບ.
    8. ຊັນ​ສົນ​ທິ​ສັນ​ຍາ​, ສັນ​ຍາ​ກັບ​ຕ່າງ​ປະ​ເທດ ແລະ​ຊີ້​ນໍາ​ການ​ປະ​ຕິ​ບັດ​ສົນ​ທິ​ສັນ​ຍາ ແລະ​ສັນ​ຍາ​ທີ່​ໄດ້​ເຊັນ​ແລ້ວ.
    9. ງົດ​ການ​ປະ​ຕິ​ບັດ​, ລົບ​ລ້າງ ຫຼື​ຍົກ​ເລີກ​ຂໍ້​ຕົກ​ລົງ​, ຄໍາ​ສັ່ງ​ຂອງ​ກະ​ຊ​ວງ​, ອົງ​ການ​ທຽບ​ເທົ່າ ກະ​ຊ​ວງ​, ອົງ​ການ​ທີ່​ຂຶ້ນ​ກັບ​ລັດ​ຖະ​ບານ ແລະ​ອົງ​ການ​ປົກ​ຄອງ​ທ້ອງ​ຖິ່ນ​ທີ່​ຂັດ​ກັບ​ລະ​ບຽບ​ກົດ​ໝາຍ.
    10. ປະ​ຕິ​ບັດ​ສິດ ແລະ​ໜ້າ​ທີ່​ອື່ນໆ ຕາມ​ທີ່​ໄດ້​ກໍາ​ນົດ​ໄວ້​ໃນ​ກົດ​ໝາຍ. ມາດ​ຕາ 71 (ໃໝ່​).    ລັດ​ຖະ​ບານ ປະກອບ​ດ້ວຍ​ນາ​ຍົກ​ລັດ​ຖະ​ມົນ​ຕີ​, ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​,  ລັດ ຖະ​ມົນ​ຕີ​,  ຫົວ​ໜ້າ​ອົງ​ການ​ທຽບ​ເທົ່າ​ກະ​ຊ​ວງ.
    ລັດ​ຖະ​ບານ​ມີ​ອາ​ຍຸ​ການ ເທົ່າ​ກັບ​ອາ​ຍຸ​ການ​ຂອງ​ສະ​ພາ​ແຫ່ງ​ຊາດ.

ມາດ​ຕາ 72 (ໃໝ່​).    ນາ​ຍົກ​ລັດ​ຖະ​ມົນ​ຕີ ແມ່ນ​ປະ​ທານ​ປະ​ເທດ​ເປັນ​ຜູ້​ແຕ່ງ​ຕັ້ງ ຫຼື​ປົດ​ຕໍາ​ແໜ່ງ ພາຍ​ຫຼັງ​ທີ່​ສະ​ພາ​ແຫ່ງ​ຊາດ​ໄດ້​ຮັບ​ຮອງ​ເອົາ​ແລ້ວ.

ມາດ​ຕາ 73 (ໃໝ່​).    ນາ​ຍົກ​ລັດ​ຖະ​ມົນ​ຕີ​ເປັນ​ຫົວ​ໜ້າ​ລັດ​ຖະ​ບານ ແລະ​ຕາງ​ໜ້າ​ໃຫ້​ລັດ​ຖະ​ບານ ຊີ້ ນໍາ ແລະ​ອໍານວຍ​ຄ​ວບ​ຄຸມ​ວຽກ​ງານ​ຂອງ​ລັດ​ຖະ​ບານ​, ຊີ້​ນໍາ​ວຽກ​ງານ​ຂອງ​ກະ​ຊ​ວງ​, ອົງ​ການ​ທຽບ​ເທົ່າ​ກະ​ຊ​ວງ​, ທະບ​ວງ ແລະ​ອົງ​ການ​ອື່ນໆ ທີ່​ຂຶ້ນ​ກັບ​ລັດ​ຖະ​ບານ​, ຊີ້​ນໍາ​ວຽກ​ງານ​ຂອງ​ແຂ​ວງ ແລະ​ນະ ຄອນ.
    ນາ​ຍົກ​ລັດ​ຖະ​ມົນ​ຕີ ແຕ່ງ​ຕັ້ງ​, ຍົກ​ຍ້າຍ ຫຼື​ປົດ​ຕໍາ​ແໜ່ງ​ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​, ຮອງ ຫົວ​ໜ້າ​ອົງ​ການ​ທຽບ​ເທົ່າ​ກະ​ຊ​ວງ​, ຫົວ​ໜ້າ​ທະບ​ວງ​, ຮອງ​ເຈົ້າ​ແຂ​ວງ​, ຮອງ​ເຈົ້າ​ຄອງ​ນະ​ຄອນ​, ເລື່ອນ ຊັ້ນ ຫຼື​ປົດ​ຊັ້ນ​ພັນ​ເອກ​ຂອງ​ກໍາ​ລັງ​ປ້ອງ​ກັນ​ຊາດ​-ປ້ອງ​ກັນ​ຄວາມ​ສະ​ຫ​ງົບ ແລະ​ຕໍາ​ແໜ່ງ​ອື່ນໆ​  ຕາມ​ທີ່​ໄດ້​ກໍາ​ນົດ​ໄວ້​ໃນ​ກົດ​ໝາຍ.
    ບັນ​ດາ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເປັນ​ຜູ້​ຊ່ວຍ​ວຽກ​ນາ​ຍົກ​ລັດ​ຖະ​ມົນ​ຕີ ແລະ​ຮັບ​ຜິດ​ຊອບ​ວຽກ ງານ​ໃດ​ໜຶ່ງ ຕາມ​ການມອບ​ໝາຍ​ຂອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ. ເມື່ອ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຕິດ​ຂັດ ແມ່ນ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຜູ້​ທີ່​ໄດ້​ຮັບມອບ​ໝາຍ ເປັນ​ຜູ້​ວ່າ​ການ​ແທນ.

ມາດ​ຕາ 74(ໃໝ່​).    ລັດ​ຖະ​ບານ ຫຼື​ສະ​ມາ​ຊິກ​ລັດ​ຖະ​ບານ​ທ່ານ​ໃດ​ທ່ານ​ໜຶ່ງ ອາດ​ຈະ​ຖືກ​ສະ ພາ​ແຫ່ງ​ຊາດ​ພິ​ຈາ​ລະ​ນາ ແລະ​ລົງ​ມະ​ຕິ​ບໍ່​ໄວ້​ວາງ​ໃຈ ຖ້າ​ວ່າ​ຄະ​ນະ​ປະ​ຈໍາ​ສະ​ພາ​ແຫ່ງ​ຊາດ ຫຼື​ມີ​ຢ່າງ ໜ້ອຍ ໜຶ່ງ​ສ່ວນ​ສີ່​ຂອງ​ຈໍານວນ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ທັງ​ໝົດ​ຫາກ​ສະ​ເໜີ​ບັນ ​ຫາ​ນີ້​ຂຶ້ນ.
    ໃນ​ໄລ​ຍະ​ເວ​ລາ​ຊາວ​ສີ່​ຊົ່ວ​ໂມງ ພາຍ​ຫຼັງ​ທີ່​ສະ​ພາ​ແຫ່ງ​ຊາດ ໄດ້​ລົງ​ມະ​ຕິ​ບໍ່​ໄວ້​ວາງ​ໃຈ​ແລ້ວ ປະ​ທານ​ປະ​ເທດ​ມີ​ສິດ​ສະ​ເໜີ​ໃຫ້​ສະ​ພາ​ແຫ່ງ​ຊາດ​ພິ​ຈາ​ລະ​ນາ​ຄືນ​ໃໝ່. ການ​ພິ​ຈາ​ລະ​ນາ​ເທື່ອ​ທີ​ສອງ​ຕ້ອງ​ຫ່າງ​ຈາກ​ການ​ພິ​ຈາ​ລະ​ນາ​ເທື່ອ​ທີ​ໜຶ່ງ ​ສີ່​ສິບ​ແປດ​ຊົ່ວ​ໂມງ. ຖ້າ​ວ່າ​ການ​ລົງ​ມະ​ຕິ​ເທື່ອ​ໃໝ່​ຫາກ​ບໍ່​ໄດ້​ຮັບ​ຄວາມ​ໄວ້​ວາງ​ໃຈ​ອີກ​ແລ້​ ວ​  ລັດ​ຖະ​ບານ ຫຼື​ສະ​ມາ​ຊິກ​ລັດ​ຖະ​ບານ​ທ່ານ​ນັ້ນ​ຕ້ອງ​ລາ​ອອກ.

ຂອບໃຈທີ່ມາ ຈາກ   http://www.na.gov.la/index.php

0 ຄວາມຄິດເຫັນ:

Blog Archive

Blog Archive