Friday, June 10, 2011

ໝວດທີ VI ປະທານປະເທດ

Posted by ຄົນອາລົມດີ 11:01 AM, under | No comments

ໝວດທີ VI ປະທານປະເທດ

ອີເມລ ພິມ PDF
ມາດ​ຕາ 65.    ປະ​ທານ​ປະ​ເທດ ເປັນ​ປະ​ມຸກ​ລັດ​ແຫ່ງ ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ປະ ຊາ​ຊົນ​ລາວ​, ເປັນ​ຜູ້​ຕາງ​ໜ້າ​ໃຫ້​ປະ​ຊາ​ຊົນ​ລາວ​ບັນ​ດາ​ເຜົ່າ​ທັງ​ຢູ່​ພາຍ​ໃນ ແລະ​ຕ່າງ​ປະ ເທດ.

ມາດ​ຕາ 66(ໃໝ່​).    ປະ​ທານ​ປະ​ເທດ ແມ່ນ​ສະ​ພາ​ແຫ່ງ​ຊາດ ເປັນ​ຜູ້​ເລືອກ​ຕັ້ງ​ໂດຍ​ໄດ້​ຮັບ ຄະ​ແນນ​ສຽງ​ຢ່າງ​ໜ້ອຍ​ສອງ​ສ່ວນ​ສາມ ຂອງ​ຈໍານວນ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ທີ່​ເຂົ້າ ຮ່ວ​ມກອງ​ປະ​ຊຸມ.
    ປະ​ທານ​ປະ​ເທດ​ມີ​ອາ​ຍຸ​ການ​ເທົ່າ​ກັບ​ອາ​ຍຸ​ການ​ຂອງ​ສະ​ພາ​ແຫ່ງ​ຊາດ.

ມາດ​ຕາ 67(ໃໝ່​).    ປະ​ທານ​ປະ​ເທດ ມີ​ສິດ ແລະ​ໜ້າ​ທີ່​ດັ່ງ​ນີ້​:
    1. ປະ​ກາດ​ໃຊ້​ລັດ​ຖະ​ທໍາ​ມະ​ນູນ​ແລະ​ກົດ​ໝາຍ​ທີ່​ສະ​ພາ​ແຫ່ງ​ຊາດ​ໄດ້​ຕົກ​ລົງ​ຮັບ​ຮອງ​ເອົາ​ແລ້ວ.
    2. ອອກ​ລັດ​ຖະ​ບັນ​ຍັດ ແລະ​ລັດ​ຖະ​ດໍາ​ລັດ.
    3. ສະ​ເໜີ​ການ​ແຕ່ງ​ຕັ້ງ​ ຫຼື​ປົດ​ຕໍາ​ແໜ່ງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຕໍ່​ສະ​ພາ​ແຫ່ງ​ຊາດ ເພື່ອ​ພິ​ຈາ ລະ​ນາ​ຕົກ​ລົງ.
    4. ແຕ່ງ​ຕັ້ງ ຫຼື​ປົດ​ຕໍາ​ແໜ່ງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​, ແຕ່ງ​ຕັ້ງ​, ຍົກ​ຍ້າຍ ຫຼື​ປົດ​ຕໍາ​ແໜ່ງ​ສະ​ມາ ຊິກ​ລັດ​ຖະ​ບານ ພາຍ​ຫຼັງ​ທີ່​ສະ​ພາ​ແຫ່ງ​ຊາດ​ໄດ້​ຮັບ​ຮອງ​ເອົາ​ແລ້ວ.
    5. ແຕ່ງ​ຕັ້ງ​ຫຼື​ປົດ​ຕໍາ​ແໜ່ງ​ຮອງ​ປະ​ທານ​ສານ​ປະ​ຊາ​ຊົນ​ສູງ​ສຸດ​ຕາມ​ການ​ສະ​ ເໜີ​ຂອງ​ປະ​ທານ​ສານ​ປະ​ຊາ​ຊົນ​ສູງ​ສຸດ​, ແຕ່ງ​ຕັ້ງ ຫຼື​ປົດ​ຕໍາ​ແໜ່ງ​ຮອງ​ໄອ​ຍະ​ການ​ປະ​ຊາ​ຊົນ​ສູງ​ສຸດ ຕາມ​ການ​ສະ ເໜີ​ຂອງ​ໄອ​ຍະ​ການ ປະ​ຊາ​ຊົນ​ສູງ​ສຸດ.
    6. ແຕ່ງ​ຕັ້ງ​, ຍົກ​ຍ້າຍ ຫຼື​ປົດ​ຕໍາ​ແໜ່ງ​ເຈົ້າ​ແຂ​ວງ​, ເຈົ້າ​ຄອງ​ນະ​ຄອນ ຕາມ​ການ​ສະ​ເໜີ ຂອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ.
    7. ເປັນ​ແມ່​ທັບ​ກໍາ​ລັງ​ປະກອບ​ອາ​ວຸດ​ປະ​ຊາ​ຊົນ.
    8. ຕ​ົກ​ລົງ​ເລ​ື່ອນ​ຊັ້ນ ຫຼື​ປົດ​ຊັ້ນ​ນາຍ​ພົນ​ຢູ່​ໃນ​ກໍາ​ລັງ​ປ້ອງ​ກັນ​ຊາດ​-ປ້ອງ​ກັນ​ຄວາມ​ສະ​ຫ​ງົບ ຕາມ​ການ​ສະ​ເໜີ​ຂອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ.
    9. ຮຽກ​ໂຮມ ແລະ​ເປັນ​ປະ​ທາ​ນກອງ​ປະ​ຊຸມ​ພິ​ເສດ​ຂອງ​ລັດ​ຖະ​ບານ.
    10. ຕົກ​ລົງ​ປະ​ດັບ​ຫຼຽນ​ຄໍາ​ແຫ່ງ​ຊາດ​, ຫຼຽນ​ກຽດ​ຕິ​ຄຸນ​, ຫຼຽນ​ໄຊ ແລະ​ນາມ​ມະ​ຍົດ​ສູງ​ສຸດ ແຫ່ງ​ລັດ.
    11. ຕົກ​ລົງ​ການ​ໃຫ້​ອະ​ໄພ​ຍະ​ໂທ​ດ.
    12. ຕົກ​ລົງ​ການ​ລະ​ດົມ​ພົນ​ທົ່ວ​ໄປ ຫຼື​ເປັນ​ພາກ​ສ່ວນ​, ຕົກ​ລົງ​ພາ​ວະ​ສຸກ​ເສີນ​ໃນ​ທົ່ວ​ປະ​ເທດ ຫຼື​ໃນ​ທ້ອງ​ຖິ່ນ​ໃດ​ໜຶ່ງ.
    13. ປະ​ກາດ​ການ​ໃຫ້​ສັດ​ຕະ​ຍາບ​ັນ​  ຫຼື​ການ​ລົບ​ລ້າງ​ສົນ​ທິ​ສັນ​ຍາ ແລະ​ສັນ​ຍາ​ທີ່​ໄດ້​ເຊັນ ກັບ​ຕ່າງ​ປະ​ເທດ.
    14. ແຕ່ງ​ຕັ້ງ​ຜູ້​ຕາງ​ໜ້າ​ທີ່​ມີ​ອໍາ​ນາດ​ເຕັມ​ຂອງ ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ ລາວ ໄປ​ປະ​ຈໍາ​ຢູ່​ຕ່າງ​ປະ​ເທດ ຫຼື​ຮຽກ​ກັບ​ຄືນ​ປະ​ເທດ ຕາມ​ການ​ສະ​ເໜີ​ຂອງ​ນາ​ຍົກ​ລັດ ຖະ​ມົນ​ຕີ​, ຮັບ​ຮອງ​ເອົາ​ຜູ້​ຕາງ​ໜ້າ​ທີ່​ມີ​ອໍາ​ນາດ​ເຕັມ​ຂອງ​ຕ່າງ​ປະ​ເທດ ທີ່​ມາ​ປະ​ຈໍາ​ຢູ່​ສາ​ທາ ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ​ລາວ.
    15. ປະ​ຕິ​ບັດ​ສິດ ແລະ​ໜ້າ​ທີ່​ອື່ນໆ ຕາມ​ທີ່​ໄດ້​ກໍາ​ນົດ​ໄວ້​ໃນ​ກົດ​ໝາຍ.

ມາດ​ຕາ 68(ໃໝ່​).    ປະ​ທານ​ປະ​ເທດ​ມີ​ຮອງ​ປະ​ທານ​ປະ​ເທດ ຊຶ່ງ​ແມ່ນ​ສະ​ພາ​ແຫ່ງ​ຊາດ​ ເປັນ​ຜູ້​ເລື​ອກ​ຕັ້ງ ໂດຍ​ໄດ້​ຮັບ​ຄະ​ແນນ​ສຽງ​ຫຼາ​ຍກ​ວ່າ​ເຄິ່ງ​ໜຶ່ງ ຂອງ​ຈໍານວນ​ສະ​ມາ​ຊິກ ສະ ພາ​ແຫ່ງ​ຊາດ ທີ່​ເຂົ້າ​ຮ່ວ​ມກອງ​ປະ​ຊຸມ.
    ຮອງ​ປະ​ທານ​ປະ​ເທດ ປະ​ຕິ​ບັດ​ໜ້າ​ທີ່​ຕາມ​ການມອບ​ໝາຍ ຂອງ​ປະ​ທານ​ປະ​ເທດ ແລະ​ຕາງ​ໜ້າ​ໃຫ້​ປະ​ທານ​ປະ​ເທດ​ໃນ​ເວ​ລາ​ປະ​ທານ​ປະ​ເທດ​ຕິດ​ຂັດ.

ຂອບໃຈທີ່ມາ ຈາກ http://www.na.gov.la/index.php

0 ຄວາມຄິດເຫັນ:

Blog Archive

Blog Archive