Friday, June 10, 2011

ໝວດທີ V ສະພາແຫ່ງຊາດ

Posted by ຄົນອາລົມດີ 10:59 AM, under | No comments

ໝວດທີ V ສະພາແຫ່ງຊາດ

ອີເມລ ພິມ PDF
ມາດ​ຕາ​ 52(ໃໝ່​).    ສະ​ພາ​ແຫ່ງ​ຊາດ​ ແມ່ນ​ອົງ​ການ​ຕົວ​ແທນ​ແຫ່ງ​ສິດ​ອໍາ​ນາດ​ ແລະ​ຜົນ​ປະ​ໂຫຍດ​ ຂອງ​ ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​, ເປັນ​ອົງ​ການ​ອໍາ​ນາດ​ແຫ່ງ​ລັດ​ ແລະ​ທັງ​ເປັນ​ອົງ​ການ​ນິ​ຕິ​ບັນ​ຍັດ​  ທີ່​ມີ​ສິດ​ຕົກ​ລົງ​ບັນ​ ຫາ​ພື້ນ​ຖານ​ຂອງ​ປະ​ເທດ​ຊາ​ດ​, ຕິດ​ຕາ​ມກ​ວດ​ກາ​ການ​ເຄື່ອນ​ໄຫວ​ຂອງ​ອົງ​ການ​ບໍ​ລິ​ຫານ​, ສານ​ປະ​ຊາ​ຊົນ​ ແລະ​ອົງ​ການ​ໄອ​ຍະ​ການ​ປະ​ຊາ​ຊົນ​.

ມາດ​ຕາ​ 53  (ໃໝ່​).    ສະ​ພາ​ແຫ່ງ​ຊາດ​ມີ​ສິດ​ ແລະ​ໜ້າ​ທີ່​ດັ່ງ​ນີ​້​:
    1.ສ້າ​ງ​, ຮັບ​ຮອງ​ເອົາ​ ຫຼື​ປ່ຽນ​ແປງ​ລັດ​ຖະ​ທໍາ​ມະ​ນູນ​.
    2. ພິ​ຈາ​ລະ​ນ​າ​, ຮັບ​ຮອງ​ເອົາ​, ປ່ຽນ​ແປງ​ ຫຼື​ ລົບ​ລ້າງ​ກົດ​ໝາຍ​.
    3. ພິ​ຈາ​ລະ​ນາ​ຮັບ​ຮອງ​ເອົາ​ການ​ກໍາ​ນົດ​, ການ​ປ່ຽນ​ແປງ​ ຫຼື​ ລົບ​ລ້າງ​ພາ​ສີ​ ແລະ​ສ່ວຍ​ສາ​ອາກອນ​.
    4. ພິ​ຈາ​ລະ​ນ​າ​, ຮັບ​ຮອງ​ເອົາ​ແຜນ​ຢຸດ​ທະ​ສາດ​ແຫ່ງ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​-ສັງ​ຄົມ​ແລະ​ແຜນ​ ງົບ​ປະ​ມານ​ແຫ່ງ​ລັດ​.
    5. ເລືອກ​ຕັ້ງ​ ຫຼື​ປົດ​ຕໍາ​ແໜ່ງ​ປະ​ທາ​ນ​, ຮອງ​ປະ​ທານ​ ແລະ​ກໍາ​ມະ​ການ​ຄະ​ນະ​ປະ​ຈໍາ​ສະ​ພາ​ແຫ່ງ​ຊາດ​.
    6.  ເລື​ອກ​ຕັ້ງ​ ຫຼື​ປົດ​ຕໍາ​ແໜ່ງ​ປະ​ທານ​ປະ​ເທດ​ ແລະ​ຮອງ​ປະ​ທານ​ປະ​ເທດ​ຕາມ​ການ​ສະ​ເໜີ​ຂອງ​ຄະ​ນ​ະ​ ປ​ະ​ຈໍາ​ສະ​ພາ​ແຫ່ງ​ຊາດ​.
    7. ພິ​ຈາ​ລະ​ນ​າ​, ຮັບ​ຮອງ​ເອົາ​ການ​ສະ​ເໜີ​ແຕ່ງ​ຕັ້ງ​ ຫຼື​ປົດ​ຕໍາ​ແໜ່ງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຕາມ​ການ​ສະ​ ເໜີ​ຂອງ​ປະ​ທານ​ປະ​ເທດ​, ພິ​ຈາ​ລະ​ນາ​, ຮັບ​ຮອງ​ເອົາ​ໂຄງ​ປະກອບ​ກົງ​ຈັກ​ຂອງ​ລັດ​ຖະ​ບານ​, ການ​ແຕ່ງ​ຕັ້ງ​, ການ​ຍົກ​ຍ້າຍ​ ຫຼື​ການ​ປົດ​ຕໍາ​ແໜ່ງ​ສະ​ມາ​ຊິກ​ລັດ​ຖະ​ບານ​ ຕາມ​ການ​ສະ​ເໜີ​ຂອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​.
    8. ເລືອກ​ຕັ້ງ​ ຫຼື​ ປ​ົດ​ຕໍາ​ແໜ່ງ​ປະ​ທານ​ສານ​ປະ​ຊາ​ຊົນ​ສູງ​ສຸດ​ ແລະ​ໄອ​ຍະ​ການ​ປະ​ຊາ​ຊົນ​ສູງ​ສຸດ​ຕາມ​ ການ​ສະ​ເໜີ​ຂອງ​ປະ​ທານ​ປະ​ເທດ​.
    9. ຕົກ​ລົງ​ສ້າງ​ຕັ້ງ​ ຫຼື​ຍຸບ​ເລີກ​ກະ​ຊ​ວງ​, ອົງ​ການ​ທຽບ​ເທົ່າ​ກະ​ຊ​ວງ​, ແຂ​ວງ​ ແລະ​ນະ​ຄອນ​,ຕົກ​ລົງ​ເຂດ​ ແດນ​ຂອງ​ແຂວ​ງ​  ແລະ​ນະ​ຄອນ​ ຕາມ​ການ​ສະ​ເໜີ​ຂອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​.
    10. ຕົກ​ລົງ​ໃຫ​້​ນິ​ລະ​ໂທດ​ກໍາ​.
    11. ຕົກ​ລົງ​ໃຫ້​ສັດ​ຕະ​ຍາ​ບັນ​ ຫຼື​ ລົບ​ລ້າງ​ສົນ​ທິ​ສັນ​ຍ​າ​,ສ​ັນ​ຍາ​ທີ່​ໄດ້​ເຊັນ​ກັບ​ຕ່າງ​ປະ​ເທດ​ຕາມ​ກົດ​ ໝາຍ​.
    12. ຕົກ​ລົງ​ບັນ​ຫາ​ສົງ​ຄາມ​ ຫຼື​ສັນ​ຕິ​ພາບ​.
    13. ຕິດ​ຕາ​ມກ​ວດ​ກາ​ການ​ເຄົາ​ລົບ​ ແລະ​ປະ​ຕິ​ບັດ​ລັດ​ຖະ​ທໍາ​ມະ​ນູນ​ ແລະ​ກົດ​ໝາຍ​.
    14. ປະ​ຕິ​ບັດ​ສິດ​ ແລະ​ໜ້າ​ທີ່​ອື່ນ​ໆ​ ຕາມ​ທີ່​ໄດ້​ກໍາ​ນົດ​ໄວ້​ໃນ​ກົດ​ໝາຍ​.
ມາດ​ຕາ​ 54(ໃໝ່​).    ສະ​ພາ​ແຫ່ງ​ຊາດ​ ແຕ່​ລະ​ຊຸດ​ມີ​ອາ​ຍຸ​ການ​ຫ້າ​ປີ​.
    ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ ແມ່ນ​ພົນ​ລະ​ເມືອງ​ລາວ​ເປັນ​ຜູ້​ເລືອກ​ຕັ້ງ​ຕາມ​ລະ​ບຽບ​ການ​ທີ່​ໄດ້​ກໍາ​ ນົດ​ໄວ້​ໃນ​ກົດ​ໝາຍ​.
    - ການ​ເລືອກ​ຕັ້ງ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ຊຸດ​ໃໝ່​ ຕ​້ອງ​ໃຫ້​ແລ້ວ​ຢ່າງ​ຊ້າ​ຫົກ​ສິບ​ວັນ​ ກ່ອນ​ສະ​ ພາ​ແຫ່ງ​ຊາດ​ຊຸດ​ເກົ່າ​ຈະ​ໝົດ​ອາ​ຍຸ​ການ​.
    - ໃນ​ກໍ​ລະ​ນີ​ທີ່​ເກີດ​ສົງ​ຄາມ​ ຫ​ຼື​ດ້ວຍ​ສາຍ​ເຫດ​ອື່ນ​ ຊຶ່ງ​ກໍໍ່​ຄວາມ​ຫຍຸ້ງ​ຍາກ​ໃຫ້​ແກ່​ການ​ເລືອກ​ຕັ້ງ​ນັ້ນ​ ສະ​ພາ​ແຫ່ງ​ຊາດ​ອາດ​ຈະ​ຕໍ່​ອາ​ຍຸ​ການ​ຂອງ​ຕົນ​ກໍ​ໄດ້​ ແຕ່​ຕ້ອງ​ດໍາ​ເນີນ​ການ​ເລືອກ​ຕັ້ງ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ ຊາດ​ຊຸດ​ໃໝ່​ ຢ່າງ​ຊ້າ​ບໍ່​ໃຫ້​ເກີນ​ຫົກ​ເດືອນ​ ພາຍ​ຫຼັງ​ສະ​ພາບ​ການ​ໄດ້​ກັບ​ຄືນ​ສູ່​ປົກ​ກະ​ຕິ​.     
    - ໃນ​ກໍ​ລະ​ນີ​ທີ່​ມີ​ຄວາມ​ຈໍາ​ເປັນ​ ສ​ະ​ພາ​ແຫ່ງ​ຊາດ​ຈະ​ດໍາ​ເນີນ​ການ​ເລືອກ​ຕັ້ງ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ ກ່ອນ​ການ​ໝົດ​ອາ​ຍຸ​ການ​ຂອງ​ຕົົນ​ກໍ​ໄດ້​ແຕ່​ຕ້ອງ​ໄດ້​ຮັບ​ຄວາມ​ເຫັນ​ດີ​ ຢ່າງ​ໜ້ອຍ​ສອງ​ສ່ວນ​ສາມ​ຂອງ​ຈໍານວນ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ ທີ່​ເຂົ້າ​ຮ່ວ​ມກອງ​ປະ​ຊຸມ​.

ມາດ​ຕາ​ 55.    ສະ​ພາ​ແຫ່ງ​ຊາດ​ເລືອກ​ຕັ້ງ​ຄະ​ນະ​ປະ​ຈໍາ​ຂອງ​ຕົນ​ ຊຶ່ງ​ປະກອບ​ດ້ວຍ​ປະ​ທານ​, ຮອງ​ປະ​ທານ​ ແລະ​ກໍາ​ມະ​ການ​ຈໍານວນ​ໜຶ່ງ​.
    ປະ​ທານ​ ແລະ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ ເປັນ​ທັງ​ປະ​ທານ​ ແລະ​ຮອງ​ປະ​ທານ​ຄະ​ນະ​ປະ​ ຈໍາ​ສະ​ພາ​ແຫ່ງ​ຊາດ​.

ມາດ​ຕາ​ 56(ໃໝ່​).    ຄະ​ນະ​ປະ​ຈໍາ​ສະ​ພາ​ແຫ່ງ​ຊາດ​ ແມ່ນ​ອົງ​ການ​ປະ​ຈໍາ​ການ​ຂອງ​ສະ​ພາ​ແຫ່ງ​ຊາ​ດ​, ປະ​ຕິ​ບັດ​ໜ້າ​ທີ່​ແທນ​ສະ​ພາ​ແຫ່ງ​ຊາດ​ ໃນ​ເວ​ລາ​ທີ່​ສະ​ພາ​ແຫ່ງ​ຊາດ​ບໍ່​ໄດ້​ເປີ​ດ​ ກອງ​ປະ​ຊຸມ​.
    ຄະ​ນະ​ປະ​ຈໍາ​ສະ​ພາ​ແຫ່ງ​ຊາດ​ມີ​ສິດ​ ແລະ​ໜ້າ​ທີ່​ດັ່ງ​ນີ​້​:
    - ກະ​ກຽມກອງ​ປະ​ຊຸມ​ສະ​ພາ​ແຫ່ງ​ຊາດ​ ແລະ​ຮັບ​ປະ​ກັນ​ໃຫ້​ສະ​ພາ​ແຫ່ງ​ຊາດ​ ປະ​ຕິ​ບັດ​ແຜນ​ ການ​ທີ່​ໄດ້​ກໍາ​ນົດ​ໄວ້​.
    - ຕີ​ຄວາມ​ໝາຍ​ ແລະ​ອະ​ທິ​ບາຍ​ລັດ​ຖະ​ທໍາ​ມະ​ນູນ​ ແລະ​ກົດ​ໝາຍ​ຕ່າງໆ​.
    - ຕິດ​ຕາ​ມກ​ວດ​ກາ​ການ​ເຄື່ອນ​ໄຫວ​ຂອງ​ອົງ​ການ​ບໍ​ລິ​ຫາ​ນ​, ສານ​ປະ​ຊາ​ຊົນ​ ແລະ​ອົງ​ການ​ ໄອ​ຍະ​ການ​ປະ​ຊາ​ຊົນ​ ໃນ​ເວ​ລາ​ທີ່​ສະ​ພາ​ແຫ່ງ​ຊາດ​ບໍ່​ໄດ້​ເປີ​ດກອງ​ປະ​ຊຸມ​.
    - ແຕ່ງ​ຕັ້​ງ​, ຍົກ​ຍ້າຍ​ ຫຼື​ ປົດ​ຕໍາ​ແໜ່ງ​ຜູ້​ພິ​ພາກ​ສາ​ຂອງ​ສານ​ປະ​ຊາ​ຊົນ​ທຸກ​ຂັ້ນ​ ແລະ​ຜູ້​ພິ​ພາກ​ສາ​ຂອງ​ສານ​ທະ​ຫານ​.
    - ຮຽກ​ໂຮ​ມກອງ​ປະ​ຊຸມ​ສະ​ພາ​ແຫ່ງ​ຊາດ​.
    - ປະ​ຕິ​ບັດ​ສິດ​ ແລະ​ໜ້າ​ທີ່​ອື່ນໆ​ ຕ​າມ​ທີ່​ໄດ້​ກໍາ​ນົດ​ໄວ້​ໃນ​ກົດ​ໝາຍ​.

ມາດ​ຕາ​ 57.    ສະ​ພາ​ແຫ່ງ​ຊາດ​ເປີ​ດກອງ​ປະ​ຊຸມ​ສະ​ໄໝສາ​ມັນ​ປີ​ລະ​ສອງ​ເທື່ອ​ ໂດຍ​ແມ່ນ​ຄະ​ນະ​ປະ​ ຈ​ໍາ​ສະ​ພາ​ແຫ່ງ​ຊາດ​ເປັນ​ຜູ້​ຮຽກ​ໂຮມ​.ຄະ​ນະ​ປະ​ຈໍາ​ສະ​ພາ​ແຫ່ງ​ຊາດ​ ອ​າດ​ຈະ​ຮຽກ​ໂຮ​ມກອງ​ປະ​ຊຸມ​ສະ​ໄໝວິ​ສາ​ມັນ​ກໍ​ໄດ້​ ຖ້າ​ຫາກ​ເຫັນ​ວ່າ​ມີ​ຄວາມ​ຈໍາ​ເປັນ​.

ມາດ​ຕາ​ 58.    ກອງ​ປະ​ຊຸມ​ສະ​ພາ​ແຫ່ງ​ຊາດ​ຈະ​ດໍາ​ເນີນ​ໄດ້​ ກ​ໍ​ຕໍ່​ເມື່ອ​ຫາກ​ມີ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ ຊາດ​ເຂົ້າ​  ຮ່​ວມ​ຫຼາ​ຍກ​ວ່າ​ເຄິ່ງ​ໜຶ່ງ​ຂອງ​ຈໍານວນ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ທັງ​ໝົດ​ .
    ມະ​ຕິ​ຂອ​ງກອງ​ປະ​ຊຸມ​ສະ​ພາ​ແຫ່ງ​ຊາດ​ ຈ​ະ​ມີ​ຄຸນ​ຄ່າ​ໄດ້​ກໍ​ຕໍ່​ເມື່ອ​ໄດ້​ຮັບ​ຄະ​ແນນ​ສຽງ​ຫຼາ​ຍກ​ວ່າ​ເຄິ່ງ​ໜຶ່ງ ​ຂອງ​ຈໍານວນ​ສະ​ມາ​ຊິກ​ທີ່​ເຂົ້າ​ຮ່ວ​ມກອງ​ປະ​ຊຸມ​ ເວັ້ນ​ເສຍ​ແຕ່​ກໍ​ລະ​ນີ​ທີ່​ໄດ້​ກໍາ​ນົດ​ໄວ້​ໃນ​ມາດ​ຕາ​ 54, 66 ແລະ​ມາດ​ຕາ​ 97 ຂອງ​ລັດ​ຖະ​ທໍາ​ມະ​ນູນ​.

ມາດ​ຕາ​ 59 (ໃໝ່​).    ອົງ​ການ​ຈັດ​ຕັ້ງ​ ແລະ​ບຸກ​ຄົນ​ທີ່​ມີ​ສິດ​ສະ​ເໜີ​ສ້າງ​ຮ່າງ​ກົດ​ໝາຍ​ມີ​ດັ່ງ​ນີ້​:
    1. ປະ​ທານ​ປະ​ເທດ​.
    2. ຄະ​ນະ​ປະ​ຈໍາ​ສະ​ພາ​ແຫ່ງ​ຊາດ​.
    3. ລັດ​ຖະ​ບານ​.
    4. ສານ​ປະ​ຊາ​ຊົນ​ສູງ​ສຸດ​.
    5. ອົງ​ການ​ໄອ​ຍະ​ການ​ປະ​ຊາ​ຊົນ​ສູງ​ສຸດ​.
    6. ແນວ​ລາວ​ສ້າງ​ຊາດ​ ແລະ​ອົງ​ການ​ຈັດ​ຕັ້ງ​ມະ​ຫາ​ຊົນ​ຂັ້ນ​ສູນ​ກາງ​.

ມາດ​ຕາ​ 60.    ກົດ​ໝາຍ​ທີ່​ສະ​ພາ​ແຫ່ງ​ຊາດ​ໄດ້​ຮັບ​ຮອງ​ເອົາ​ແລ້ວ​ນັ້ນ​ ຕ້ອງ​ໄດ້​ປະ​ກາດ​ໃຊ້​ໂດຍ​ປະ​ ທານ​ປະ​ເທດ​ ຢ່າງ​ຊ້າ​ບໍ່​ໃຫ້​ເກີນ​ສາມ​ສິບ​ວັນ​ ນັບ​ແຕ່​ວັນ​ໄດ້​ຮັບ​ຮອງ​ເປັນ​ຕົ້ນ​ໄປ​. ໃນ​ໄລ​ຍະ​ເວ​ລາ​ດັ່ງ​ກ່າວ​ນັ້ນ​ ປະ​ທານ​ປະ​ເທດ​ມີ​ສິດ​ສະ​ເໜີ​ໃຫ້​ສະ​ພາ​ແຫ່ງ​ຊາດ​ພິ​ຈາ​ລະ​ນາ​ຄືນ​ໃໝ່​. ກົດ​ໝາຍ​ທີ່​ໄດ້​ນໍາ​ອອກ​ພິ​ຈາ​ລະ​ນາ​ຄືນ​ໃໝ່​ນັ້ນ​ ຖ້າ​ວ່າ​ສະ​ພາ​ແຫ່ງ​ຊາດ​ຫາກ​ຍັງ​ຕົກ​ລົງ​ຢັ້ງ​ຢືນ​ເອົາ​ຕາມ​ເດີມ​ແລ້ວ​ ປະ​ ທານ​ປະ​ເທດ​ກໍ​ຕ້ອງ​ປະ​ກາດ​ໃຊ້​ພາຍ​ໃນ​ກໍາ​ນົດ​ສິບ​ຫ້າ​ວັນ​.

ມາດ​ຕາ​ 61.    ບັນ​ດາ​ບັນ​ຫາ​ທີ່​ກ່ຽວ​ພັນ​ເຖິງ​ຊາ​ຕາ​ກໍາ​ຂອງ​ປະ​ເທດ​ຊາດ​ ແລະ​ ຜົນ​ປະ​ໂຫຍດ​ອັນ​ໃຫຍ່​ ຫຼວງ​ຂອງ​ປະ​ຊາ​ຊົນ​ ຕ້ອງ​ຜ່ານ​ສະ​ພາ​ແຫ່ງ​ຊາດ​ ຫຼື​ຄະ​ນະ​ປະ​ຈໍາ​ສະ​ພາ​ແຫ່ງ​ຊາດ​ ໃນ​ເວ​ລາ​ທີ່​ສະ​ພາ​ແຫ່ງ​ຊາດ​ບໍ່​ໄດ້​ ເປີ​ດກອງ​ປະ​ຊຸມ​.

ມາດ​ຕາ​ 62(ໃໝ່​).    ສະ​ພາ​ແຫ່ງ​ຊາດ​ສ້າງ​ຕັ້ງ​ບັນ​ດາ​ກໍາ​ມາ​ທິ​ການ​ຂອງ​ຕົນ​ ຊ​ຶ່ງ​ມີ​ໜ້າ​ທີ່​ພິ​ຈາ​ລະ​ນາ​ຮ່າງ​ກົດ​ໝາຍ​ ແລະ​ຮ່າງ​ລັດ​ຖະ​ບັນ​ຍັດ​ ແລ້ວ​ນໍາ​ສະ​ເໜີ​ຕໍ່​ຄະ​ນະ​ປະ​ຈໍາ​ສະ​ພາ​ແຫ່ງ​ຊາດ​ ແລະ​ປະ​ ທານ​ປະ​ເທດ​ ພ້ອມ​ທັງ​ຊ່ວຍ​ສະ​ພາ​ແຫ່ງ​ຊາດ​ ແລະ​ຄະ​ນະ​ປະ​ຈໍາ​ສະ​ພາ​ແຫ່ງ​ຊາດ​ປະ​ຕິ​ບັດ​ສິ​ດກ​ວດ​ກາ​ການ​ເຄື່ອນ​ໄຫວ​ຂອງ ​ອົງ​ການ​ບໍ​ລິ​ຫານ​,  ສານ​ປະ​ຊາ​ຊົນ​ ແລະ​ອົງ​ການ​ໄອ​ຍະ​ການ​ປະ​ຊາ​ຊົນ​.

ມາດ​ຕາ​ 63(ໃໝ່​).    ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ມີ​ສິດ​ຊັກ​ຖາມ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ ຫ​ຼື​ສະ​ມາ​ຊິກ​ລັດ​ ຖະ​ບານ​, ປະ​ທານ​ສານ​ປະ​ຊາ​ຊົນ​ສູງ​ສຸດ​ ແລະ​ໄອ​ຍະ​ການ​ປະ​ຊາ​ຊົນ​ສູງ​ສຸດ​. ບຸກ​ຄົນ​ທີ່​ຖືກ​ຊັກ​ຖາມ​ນັ້ນ​ ຕ້ອງ​ຊີ້​ແຈງ​ຕໍ່ກອງ​ປະ​ຊຸມ​ສະ​ພາ​ແຫ່ງ​ຊາດ​ດ້ວຍ​ວາ​ຈາ​ ຫຼື​ເປັນ​ລາຍ​ລັກ​ອັກ​ສອນ​.

ມາດ​ຕາ​ 64.    ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ ຈະ​ບໍ່​ຖືກ​ດໍາ​ເນີນ​ຄະ​ດີ​ ຫຼື​ກັກ​ຂັງ​ ຖ້າ​ຫາກ​ບໍ່​ໄດ້​ຮັບ​ຄວາມ​ ເຫັນ​ດີ​ຂອງ​ສະ​ພາ​ແຫ່ງ​ຊາດ​ ຫຼື​ຂອງ​ຄະ​ນະ​ປະ​ຈໍາ​ສະ​ພາ​ແຫ່ງ​ຊາດ​ ໃນ​ເວ​ລາ​ທີ່​ສະ​ພາ​ແຫ່ງ​ຊາດ​ບໍ່​ໄດ້​ເປີ​ດກອງ​ປະ​ຊຸມ​.
    ໃນ​ກໍ​ລະ​ນີ​ທີ່​ມີ​ການ​ກະ​ທໍາ​ຜິດ​ເຊິ່ງ​ໜ້າ​ ຫຼື​ຮີບ​ດ່ວນ​ນັ້ນ​ ອົງ​ການ​ທີ່​ກັກ​ຂັງ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ ຕ້ອງ​ລາຍ​ງານ​ທັນ​ທີ​ໃຫ້​ສະ​ພາ​ແຫ່ງ​ຊາດ​ ຫຼື​ຄະ​ນະ​ປະ​ຈໍາ​ສະ​ພາ​ແຫ່ງ​ຊາດ​ໃນ​ເວ​ລາ​ທີ່​ສະ​ພາ​ແຫ່ງ​ຊາດ​ບໍ່​ໄດ້​ເປີ​ ດ​ ກອງ​ປະ​ຊຸມ​ເພື່ອ​ພິ​ຈາ​ລະ​ນາ​ຕົກ​ລົງ​. ການ​ສືບ​ສວນ​-ສອບ​ສວນ​ບໍ່​ເປັນ​ສາຍ​ເຫດ​ພາ​ໃຫ້​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ ຊາດ​ທີ່​ຖືກ​ດໍາ​ເນີນ​ຄະ​ດີ​ນັ້ນ​ ຂາດ​ປະ​ຊຸມ​ສະ​ພາ​ແຫ່ງ​ຊາດ​.

ຂອບໃຈທີ່ມາ ຈາກ  http://www.na.gov.la/index.php

0 ຄວາມຄິດເຫັນ:

Blog Archive

Blog Archive