Thursday, June 9, 2011

ຄຳນຳ

Posted by ຄົນອາລົມດີ 2:24 PM, under | No comments

ຄຳນຳ
ນັບ​ເປັນ​ເວ​ລາ​ຫຼາຍ​ພັນ​ປີ​ມາ​ແລ້ວ​ ທີ່​ບັນ​ດາ​ບັນ​ພະ​ບູ​ລຸດ​ຂອງ​ຊາດ​ລາວ​ໄດ້​ພ້ອມ​ກັບ​ປະ​ຊາ​ ຊົນ​ລາວ​ບັນ​ດາ​ເຜົ່າ​ ດໍາ​ເນີນ​ການ​ຕໍ່​ສູ້​ເພື່ອ​ການ​ດໍາ​ລົງ​ຄົງ​ຕົວ​ ແລະ​ຂະ​ຫຍາຍ​ຕົວ​ຢູ່​ບົນ​ດິນ​ແດນ​ອັນ​ແສນ​ຮັກ​ແຫ່ງ​ນີ້. ເລີ່ມ​ແຕ່​ກາງ​ສະ​ຕະ​ວັດ​ທີ່​ສິບ​ສີ່​ເປັນ​ຕົ້ນ​ມາ​, ບັນ​ພະ​ບູ​ລຸດ​ຂອງ​ພວກ​ເຮົາ​ ໂດຍ​ສະ ເພາະ​ເຈົ້າ​ຟ້າ​ງຸ່ມ​ ໄດ້​ພາ​ປະ​ຊາ​ຊົນ​ເຮົາ​ກໍ່​ຕັ້ງ​ ແລະ​ສ້າງ​ປະ​ເທດ​ລ້ານ​ຊ້າງ​ໃຫ້​ເປັນ​ເອ​ກະ​ພາບ​ ແລະ​ຈະ​ເລີນ​ຮຸ່ງ​ເຮືອງ.ຕັ້ງ​ແຕ່​ສະ​ຕະ​ວັດ​ທີ​ສິບ​ແປດ​ເປັນ​ຕົ້ນ​ມາ​,ແຜ່ນ ​ດິນ​ລາວ​ໄດ້​ຖືກ​ບັນ​ດາ​ອິດ​ທິ​ກໍາ​ລັງ​ພາຍນອກ​ຈ້​ອງມອງ​ ແລະ​ຮຸກ​ຮານ​ຢູ່​ສະ​ເໝີ. ປະ​ຊາ​ຊົນ​ເຮົາ​ໄດ້​ພ້ອມ​ກັນ​ເສີມ​ຂະ​ຫຍາຍ​ມູນ​ເຊື້ອ​ອັນ​ພິ​ລະ​ອາດ​ຫານ​ ບໍ່ຍອມ​ຈໍາ​ນົນ​ຂອງ​ບັນ​ພະ​ບູ​ລຸດ​ ແລະ​ໄດ້​ຕໍ່​ສູ້​ຢ່າງ​ຕໍ່​ເນື່ອງ​, ໜຽວ​ແໜ້ນ ເພື່ອກອບ​ກູ້​ເອ​ກະ​ລາດ​, ອິດ​ສະ​ລະ​ພາບ.
ນັບ​ແຕ່​ປີ​ 1930 ເປັນ​ຕົ້ນ​ມາ​ ພາຍ​ໃຕ້​ການ​ນໍາ​ພາ​ອັນ​ຖືກ​ຕ້ອງ​ຂອງ​ພັກກອມ​ມູ​ນິດ​ອິນ​ດູ​ຈີນ​ໃນ​ເມື່ອ​ ກ່ອນ​ ແລະ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ​ໃນ​ປັດ​ຈຸ​ບັນ​,

ປະ​ຊາ​ຊົນ​ລາວ​ບັນ​ດາ​ເຜົ່າ​ໄດ້​ດໍາ​ເນີນ​ການ​ຕໍ່​ສູ້​ອັນ​ຫຍຸ້ງ​ຍາກ​ລໍາ​ ບາກ​ ,ພິ​ລະ​ອາດ​ຫານ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ເສຍ​ສະ​ລະ​ ຈົນ​ສາ​ມາດ​ທັບ​ມ້າງ​ແອກ​ຄອບ​ຄອງ​, ການ​ກົດ​ຂີ່​ຂອງ​ພວກ​ລ່າ​ເມືອງ​ຂຶ້ນ​ ແລະ​ລະບອບ​ສັກ​ດິ​ນາ​, ປົດ​ປ່ອຍ​ປະ​ເທດ​ ຊາດ​ຢ່າງ​ສົມ​ບູນ​, ສ້າງ​ຕັ້ງ​ປະ​ເທດ​ ສາ​ທາ​ລະ​ນະ​ລັດ​ ປະ​ຊາ​ທິ​ປະ​ໄຕ​ ປະ​ຊາ​ຊົນ​ລາວ​ ໃນ​ວັນ​ທີ 2 ເດືອນ​ ທັນ​ວາ ປີ 1975, ອັນ​ໄດ້​ໄຂ​ສັງ​ກາດ​ໃໝ່​, ສັງ​ກາດ​ທີ່​ປະ​ເທດ​ຊາດ​ມີ​ເອ​ກະ​ລາດ​ ແລະ​ປະ​ຊາ ຊົນ​ໄດ້​ມີ​ອິດ​ສະ​ລະ​ພາບ​ຢ່າງ​ແທ້​ຈິງ.
ພາຍ​ຫຼັງ​ທີ່​ປະ​ເທດ​ຊາດ​ໄດ້​ຮັບ​ການ​ປົດ​ປ່ອຍ​ມາ​ນີ້​ ປະ​ຊາ​ຊົນ​ເຮົາ​ໄດ້​ພ້ອມ​ກັນ​ປະ​ຕິ​ບັດ​ສອງ​ ໜ້າ​ທີ່​ຍຸດ​ທະ​ສາດ​ຄື​: ປົກ​ປັກ​ຮັກ​ສາ​ ແລະ​ສ້າງ​ສາ​ປະ​ເທດ​ຊາດ​ ໂດຍ​ສະ​ເພາະ​ແມ່ນ​ການ​ດໍາ​ເນີນ​ພາ​ລະ ​ກິດ​ປ່ຽນ​ແປງ​ໃໝ່​ ເພື່ອ​ຂຸດ​ຄົ້ນ​ ແລະ​ເສີມ​ຂະ​ຫຍາຍ​ກໍາ​ລັງ​ແຮງ​ສັງ​ລ​ວມ​ຂອງ​ຊາດ​ ເຂົ້າ​ໃນ​ການ​ ສ້າງ ແລະ​ບູ​ລະ​ນະ​ລະບອບ​ປະ​ຊາ​ທິ​ປະ​ໄຕ​ປະ​ຊາ​ຊົນ​, ສ້າງ​ປະ​ຖົມ​ປັດ​ໃຈ​ກ້າວ​ຂຶ້ນ​ສູ່​ລະບອບ​ສັງ​ຄົມ​ ນິ​ຍົມ.
ມາ​ໃນ​ໄລ​ຍະ​ໃໝ່​ນີ້​ ຊີ​ວິດ​ຂອງ​ສັງ​ຄົມ​ໄດ້​ຮຽກ​ຮ້ອງ​ໃຫ້​ລັດ​ເຮົາ​ຕ້ອງ​ມີ​ລັດ​ຖະ​ທໍາ​ມະ​ນູນ. ລັດ ຖະ​ທໍາ​ມະ​ນູນ​ນີ້​ ແມ່ນ​ລັດ​ຖະ​ທໍາ​ມະ​ນູນ​ຂອງ​ລະບອບ​ປະ​ຊາ​ທິ​ປະ​ໄຕ​ປະ​ຊາ​ຊົນ​ຢູ່​ປະ​ເທດ​ ເຮົາ​ຊຶ່ງ ​ໄດ້​ຮັບ​ຮູ້​ຜົນ​ງານ​ອັນ​ຍິ່ງ​ໃຫຍ່​ທີ່​ປະ​ຊາ​ຊົນ​ເຮົາ​ຍາດ​ມາ​ໄດ້​ໃນ​ພາ​ ລະ​ກິດ​ຕໍ່​ສູ້​ປົດ​ປ່ອຍ​ຊາດ​, ປົກ​ປັກ​ຮັກ​ສາ​ ແລະ​ສ້າງ​ສາ​ປະ​ເທດ​ຊາດ​; ກໍາ​ນົດ​ລະບອບ​ການ​ເມືອງ​, ເສດ​ຖະ​ກິດ​-ສັງ​ຄົມ​, ການ​ປ້ອງ​ກັນ​ຊາດ​- ປ້ອງ​ກັນ​ຄວາມ​ສະ​ຫ​ງົບ​, ການ​ຕ່າງ​ປະ​ເທດ​, ກໍາ​ນົດ​ສິດ​ ແລະ​ພັນ​ທະ​ພື້ນ​ຖານ​ຂອງ​ພົນ​ລະ​ເມືອງ​, ລະ​ບົບ​ການ​ຈັດ​ຕັ້ງ​ ກົງ​ຈັກ​ລັດ​ໃນ​ໄລ​ຍະ​ໃໝ່. ໃນ​ປະ​ຫວັດ​ສາດ​ຂອງ​ຊາດ​ເຮົາ​ ເທື່ອ​ນີ້​ເປັນ​ເທື່ອ​ທໍາ​ອິດ​ ທີ່​ໄດ້​ກໍາ​ນົດ​ສິດ​ເປັນ​ເຈົ້າ​ຂອງ​ປະ​ຊາ​ຊົນ​ຢູ່​ໃນ​ກົດ​ໝາຍ​ພື້ນ​ຖານ​ຂອງ ​ຊາດ.
ລັດ​ຖະ​ທໍາ​ມະ​ນູນ​ສະ​ບັບ​ນີ້​ ແມ່ນ​ໝາກ​ຜົນ​ລວ​ມຍອດ​ແຫ່ງ​ສະ​ຕິ​ປັນ​ຍາ​ ແລະ​ການ​ປະກອບ​ ຄວາມ​ເຫັນ​ຂອງ ປະ​ຊາ​ຊົນ​ໃນ​ທົ່ວ​ປະ​ເທດ​ ທີ່​ສ່ອງ​ແສງ​ເຖິງ​ເຈດ​ຈໍາ​ນົງ​ອັນ​ຍາວ​ນານ​ ແລະ​ຄວາມ​ຕັດ​ສິນ​ໃຈ​ຢ່າງ​ແຮງ​ກ້າ​ຂອງ​ວົງ​ຄະ​ນະ​ຍາດ​ແຫ່ງ​ຊາດ​ ທີ່​ຈະ​ພ້ອມ​ກັນ​ສູ້​ຊົນ​ຈົນ​ບັນ​ລຸ​ຈຸດ​ໝາຍ​ ສ້າງ​ປະ​ເທດ​ລາວ​ໃຫ້​ເປັນ​ປະ​ເທດ​ສັນ​ຕິ​ພາບ​, ເອ​ກະ​ລາດ​, ປະ​ຊາ​ທິ​ປະ​ໄຕ​, ເອ​ກະ​ພາບ
 ທີ່​ມາ
http://www.na.gov.la/index.php

0 ຄວາມຄິດເຫັນ:

Blog Archive

Blog Archive