Friday, June 10, 2011

ໝວດທີ IX ສານປະຊາຊົນ ແລະອົງການໄອຍະການປະຊາຊົນ

Posted by ຄົນອາລົມດີ 11:09 AM, under | No comments

ໝວດທີ IX ສານປະຊາຊົນ ແລະອົງການໄອຍະການປະຊາຊົນ

ອີເມລ ພິມ PDF
ມາດ​ຕາ​ 79 (ໃໝ່​).    ສານ​ປະ​ຊາ​ຊົນ​ແມ່ນ​ອົງ​ການ​ພິ​ພາກ​ສາ​ຂອງ​ລັດ​  ຊຶ່ງ​ປະກອບ​ດ້ວຍ​:
    ສານ​ປະ​ຊາ​ຊົນ​ສູງ​ສຸດ​.
    ສານ​ອຸ​ທອນ​.
    ສານ​ປະ​ຊາ​ຊົນ​ແຂ​ວງ​, ນະ​ຄອນ​.
    ສານ​ປະ​ຊາ​ຊົນ​ເມືອງ​.
    ສານ​ທະ​ຫານ​.
    ໃນ​ກໍ​ລະ​ນີ​ທີ່​ຈໍາ​ເປັນ​ ອາດ​ຈະ​ສ້າງ​ຕັ້ງ​ສານ​ສະ​ເພາະ​ ຕາມ​ຂະ​ແໜງ​ການ​ຂຶ້ນ​ກໍ​ໄດ້ ໂດຍ​ການ​ ຕົກ​ລົງ​ຂອງ​ຄະ​ນະ​ປະ​ຈໍາ​ສະ​ພາ​ແຫ່ງ​ຊາດ​.

ມາດ​ຕາ 80(ໃໝ່​).    ສານ​ປະ​ຊາ​ຊົນ​ສູງ​ສຸດ​ ແມ່ນ​ອົງ​ການ​ພິ​ພາກ​ສາ​ສູງ​ສຸດ​ຂອງ​ລັດ​.
    ສານ​ປະ​ຊາ​ຊົນ​ສູງ​ສຸດ​ ຄຸ້ມ​ຄອງ​ດ້ານ​ບໍ​ລິ​ຫານ​ຕໍ່​ສານ​ປະ​ຊາ​ຊົນ​ທຸກ​ຂັ້ນ​, ສານ​ທະ​ຫານ​ ແລະ ກ​ວດ​ກາ​ຄໍາ​ຕັດ​ສິນ​ຂອງ​ສານ​ດັ່ງ​ກ່າວ​. ມາດ​ຕາ 81(ໃໝ່​).    ຮອງ​ປະ​ທານ​ສານ​ປະ​ຊາ​ຊົນ​ສູງ​ສຸດ​ ແມ່ນ​ປະ​ທານ​ປະ​ເທດ​ເປັນ​ຜູ້​ແຕ່ງ​ຕັ້ງ​ ຫຼື ປົດ​ຕໍາ​ແໜ່ງ​  ຕາມ​ການ​ສະ​ເໜີ​ຂອງ​ປະ​ທານ​ສານ​ປະ​ຊາ​ຊົນ​ສູງ​ສຸດ​.
    ບັນ​ດາ​ຜູ້​ພິ​ພາກ​ສາ​ຂອງ​ສານ​ປະ​ຊາ​ຊົນ​ສູງ​ສຸດ​, ປະ​ທານ​, ຮອງ​ປະ​ທານ​, ບັນ​ດາ​ຜູ້​ພິ​ພາກ​ສາ​ຂອງ​ສານ​ອຸ​ທອນ​, ປະ​ທານ​, ຮອງ​ປະ​ທານ​ ແລະ​ບັນ​ດາ​ຜູ້​ພິ​ພາກ​ສາ​ຂອງ​ສານ​ປະ​ຊາ​ຊົນ​ແຂ​ວງ​, ນະ​ຄອນ​, ເມືອງ​, ຫົວ​ໜ້າ​, ຮອງ​ຫົວ​ໜ້າ ແລະ​ບັນ​ດາ​ຜູ້​ພິ​ພາກ​ສາ​ຂອງ​ສານ​ທະ​ຫານ​ ແມ່ນ​ຄະ​ນະ​ປະ​ຈໍາ​ສະ​ພາ​ແຫ່ງ​ຊາດ​ເປັນ​ຜູ້​ແຕ່ງ​ຕັ້ງ​, ຍົກ​ຍ້າຍ​ ຫຼື​ປົດ​ຕໍາ​ແໜ່ງ​ຕາມ​ການ​ສະ​ເໜີ​ຂອງ​ປະ​ທານ​ສານ​ປະ​ຊາ​ຊົນ​ສູງ​ສຸດ.

ມາດ​ຕາ 82.    ສານ​ປະ​ຊາ​ຊົນ​ພິ​ຈາ​ລະ​ນາ​ຕັດ​ສິນ​ເປັນ​ໝູ່​ຄະ​ນະ​. ໃນ​ເວ​ລາ​ພິ​ຈາ​ລະ​ນາ​ຕັດ​ສິນ​ ຜູ້​ພິ ພາກ​ສາ​ຕ້ອງ​ເປັນ​ເອ​ກະ​ລາດ​ ແລະ​ມີ​ແຕ່​ປະ​ຕິ​ບັດ​ຕາມ​ກົດ​ໝາຍ​ເທົ່າ​ນັ້ນ​.

ມາດ​ຕາ 83.    ການ​ໄຕ່​ສວນ​ຄະ​ດີ​ໃນ​ທີ່​ປະ​ຊຸມ​ສານ​ ຕ້ອງ​ດໍາ​ເນີນ​ຢ່າງ​ເປີດ​ເຜີຍ​ ເວັ້ນ​ເສຍ​ແຕ່​ກໍ​ລະ​ນີ​ທີ່​ໄດ້​ກໍາ​ນົດ​ໄວ້​ໃນ​ກົດ​ໝາຍ​. ຜູ້​ຖືກ​ຫາ​ມີ​ສິດ​ຕໍ່​ສູ້​ຄະ​ດີ​ທີ່​ຕົນ​ຖືກ​ກ່າວ​ຟ້ອງ​, ທະ​ນາຍ​ຄວາມ​ມີ​ສິດ​ຊ່ວຍ​ເຫຼືອ​ທາງ​ດ້ານ​ກົດ​ໝາຍ​ແກ່​ຜູ້​ຖືກ​ກ່າວ​ຟ້ອງ.

ມາດ​ຕາ 84.    ຜູ້​ຕາງ​ໜ້າ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ສັງ​ຄົມ​ ມີ​ສິດ​ເຂົ້າ​ຮ່​ວມ​ໃນ​ການ​ດໍາ​ເນີນ​ຄະ​ດີ​ຢູ່​ສານ​ ຕາມ​ທີ່​ໄດ້​ກໍາ​ນົດ​ໄວ້​ໃນ​ກົດ​ໝາຍ​.

ມາດ​ຕາ 85(ໃໝ່​).    ຄໍາ​ຕັດ​ສິນ​ຂອງ​ສານ​ປະ​ຊາ​ຊົນ​ທີ່​ໃຊ້​ໄດ້​ຢ່າງ​ເດັດ​ຂາດ​ແລ້ວ​ນັ້ນ​ ທຸກ​ອົງ​ການ​ຈັດ​ ຕັ້ງ​ພັກ​, ອົງ​ການ​ຈັດ​ຕັ້ງ​ລັດ​, ແນວ​ລາວ​ສ້າງ​ຊາດ​,  ອົງ​ການ​ຈັດ​ຕັ້ງ​ມະ​ຫາ​ຊົນ​, ອົງ​ການ​ຈັດ​ຕັ້ງ​ສັງ​ຄົມ​ ແລະ​ພົນ​ລະ​ເມືອງ​ທຸກ​ຄົນ​ ຕ້ອງ​ເຄົາ​ລົບ​, ບຸກ​ຄົນ​ ແລະ​ອົງ​ການ​ຈັດ​ຕັ້ງ​ທີ່​ມີ​ສ່ວນ​ກ່ຽວ​ຂ້ອງ​ ຕ້ອງ​ປະ​ຕິ ບັດ​ຢ່າງ​ເຂັ້​ມງ​ວດ​.

ມາດ​ຕາ 86(ໃໝ່​).    ອົງ​ການ​ໄອ​ຍະ​ການ​ປະ​ຊາ​ຊົນ​ ແມ່ນ​ອົງ​ການ​ຕິດ​ຕາ​ມກ​ວດ​ກາ​ການ​ປະ​ຕິ​ບັດ​ກົດ​ ໝາຍ​ ຊຶ່ງ​ປະກອບ​ດ້ວຍ​:
    ອົງ​ການ​ໄອ​ຍະ​ການ​ປະ​ຊາ​ຊົນ​ສູງ​ສຸດ​.
    ອົງ​ການ​ໄອ​ຍະ​ການ​ປະ​ຊາ​ຊົນ​ຂັ້ນ​ອຸ​ທອນ.
    ອົງ​ການ​ໄອ​ຍະ​ການ​ປະ​ຊາ​ຊົນ​ແຂ​ວງ​, ນະ​ຄອນ​.
    ອົງ​ການ​ໄອ​ຍະ​ການ​ປະ​ຊາ​ຊົນ​ເມືອງ.
    ອົງ​ການ​ໄອ​ຍະ​ການ​ທະ​ຫານ.
    ອົງ​ການ​ໄອ​ຍະ​ການ​ປະ​ຊາ​ຊົນ​ມີ​ສິດ​ ແລະ​ໜ້າ​ທີ່​ດັ່ງ​ນີ້​:             
    ຕິດ​ຕາ​ມກ​ວດ​ກາ​ການ​ເຄົາ​ລົບ​ລະ​ບຽບ​ກົດ​ໝາຍ​ຢ່າງ​ຖືກ​ຕ້ອງ ແລະ​ເປັນ​ເອ​ກະ​ພາບ​ຢູ່​ໃນ ທຸກ​ກະ​ຊ​ວງ​, ອົງ​ການ​ທຽບ​ເທົ່າ​ກະ​ຊ​ວງ​, ອົງ​ການ​ທີ່​ຂຶ້ນ​ກັບ​ລັດ​ຖະ​ບານ​, ແນວ​ລາວ​ສ້າງ ຊາດ​, ອົງ​ການ​ຈັດ​ຕັ້ງ​ມະ​ຫາ​ຊົນ​, ອົງ​ການ​ຈັດ​ຕັ້ງ​ສັງ​ຄົມ​, ອົງ​ການ​ປົກ​ຄອງ​ທ້ອງ​ຖິ່ນ​, ວິ​ສາ ຫະ​ກິດ​, ລັດ​ຖະກອນ ແລະ​ພົນ​ລະ​ເມືອງ.ປ​ະ​ຕິ​ບັດ​ສິດ​ກ່າວ​ຟ້ອງ.

ມາດ​ຕາ 87(ໃໝ່​).    ໄອ​ຍະ​ການ​ປະ​ຊາ​ຊົນ​ສູງ​ສຸດ​ ຊີ້​ນໍາ​ການ​ເຄື່ອນ​ໄຫວ​ຂອງ​ອົງ​ການ​ໄອ​ຍະ​ການ​ປະ ຊາ​ຊົນ​ທຸກ​ຂັ້ນ​.
    ຮອງ​ໄອ​ຍະ​ການ​ປະ​ຊາ​ຊົນ​ສູງ​ສຸດ​ແມ່ນ​ປະ​ທານ​ປະ​ເທດ​ເປັນ​ຜູ້​ແຕ່ງ​ຕັ້ງ​ ຫຼື​ ປົດ​ຕໍາ​ແໜ່ງ​ຕາມ​ການ​ສະ​ເໜີ​ຂອງ​ໄອ​ຍະ​ການ​ປະ​ຊາ​ຊົນ​ສູງ​ສຸດ​.
    ໄອ​ຍະ​ການ​ປະ​ຊາ​ຊົນ​ ແລະ​ຮອງ​ໄອ​ຍະ​ການ​ປະ​ຊາ​ຊົນ​ຂັ້ນ​ອຸ​ທອນ​, ແຂ​ວງ​, ນະ​ຄອນ​, ເມືອງ​, ໄອ​ຍະ​ການ​ທະ​ຫານ​ ແມ່ນ​ໄອ​ຍະ​ການ​ປະ​ຊາ​ຊົນ​ສູງ​ສຸດ​ ເປັນ​ຜູ້​ແຕ່ງ​ຕັ້ງ​, ຍົກ​ຍ້າຍ​ ຫຼື​ປົດ​ຕໍາ​ແໜ່ງ​.

ມາດ​ຕາ 88(ໃໝ່​).    ໃນ​ເວ​ລາ​ປະ​ຕິ​ບັດ​ໜ້າ​ທີ່​ຂອງ​ຕົນ​ນັ້ນ​ ໄອ​ຍະ​ການ​ປະ​ຊາ​ຊົນ​ມີ​ແຕ່​ປະ​ຕິ​ບັດ​ຕາມ​ ກົດ​ໝາຍ​ ແລະ​ຄໍາ​ສັ່ງ​ຂອງ​ໄອ​ຍະ​ການ​ປະ​ຊາ​ຊົນ​ສູງ​ສຸດ​ເທົ່າ​ນັ້ນ​.

ຂອບໃຈທີ່ມາ ຈາກ   http://www.na.gov.la/index.php

0 ຄວາມຄິດເຫັນ:

Blog Archive

Blog Archive