Friday, June 10, 2011

ໝວດທີ IV ສິດ ແລະພັນທະພື້ນຖານຂອງພົນລະເມືອງ

Posted by ຄົນອາລົມດີ 10:56 AM, under | No comments

ໝວດທີ IV ສິດ ແລະພັນທະພື້ນຖານຂອງພົນລະເມືອງ

ອີເມລ ພິມ PDF
ມາດ​ຕາ​ 34.    ພົນ​ລະ​ເມືອງ​ລາວ​ ແມ່ນ​ຜູ້​ທີ່​ມີ​ສັນ​ຊາດ​ລາວ​ ຕາມ​ທີ່​ໄດ້​ກໍາ​ນົດ​ໄວ້​ໃນ​ກົດ​ໝາຍ​.

ມາດ​ຕາ​ 35.    ພົນ​ລະ​ເມືອງ​ລາວ​ ໂດຍ​ບໍ່​ຈໍາ​ແນກ​ຍິງ​ຊາຍ​, ຖາ​ນະ​ທາງ​ດ້ານ​ສັງ​ຄົມ​, ລະ​ດັບ​ການ​ສຶກ​ສາ​, ຄວາມ​ເຊື່ອ​ຖື​ ແລະ​ຊົນ​ເຜົ່​າ​  ລ້​ວນ​ແຕ່​ມີ​ຄວາມ​ສະ​ເໝີ​ພາບ​ຕໍ່​ໜ້າ​ກົດ​ໝາຍ​.

ມາດ​ຕາ​ 36(ໃໝ່​).    ພົນ​ລະ​ເມືອງ​ລາວ​ຜູ້​ທີ່​ມີ​ອາ​ຍຸ​ແຕ່​ສິບ​ແປດ​ປີ​ຂຶ້ນ​ໄປ​ ມີ​ສິດ​ປ່ອນ​ບັດ​ເລືອກ​ຕັ້ງ​ ແລະ​ຜູ້​ທີ່​ມີ​ອາ​ຍຸ​ແຕ່​ຊາວ​ເອັດ​ປີ​ຂຶ້ນ​ໄປ​ ມີ​ສິດ​ສະ​ໝັກ​ຮັບ​ເລືອກ​ຕັ້ງ​ ເວັ້ນ​ເສຍ​ແຕ່​ຜູ້​ເປັນ​ບ້າ​, ເສຍ​ຈິດ​ ແລະ​ຜູ້​ທີ່​ຖືກ​ສານ​ຕັດ​ສິນ​ປົດ​ສິດ​ເລືອກ​ຕັ້ງ​ ແລະ​ສະ​ໝັກ​ຮັບ​ເລືອກ​ຕັ້ງ​.

ມາດ​ຕາ​ 37.    ພົນ​ລະ​ເມືອງ​ລາວ​ຍິງ​ຊາຍ​ ມີ​ສິດ​ເທົ່າ​ທຽມ​ກັນ​ ໃນ​ດ້ານ​ການ​ເມືອງ​, ເສດ​ຖະ​ກິດ​, ວັດ​ທະ​ນະ​ທໍາ​-ສັງ​ຄົມ​ ແລະ​ຄອບ​ຄົວ​.

ມາດ​ຕາ​ 38.    ພົນ​ລະ​ເມືອງ​ລາວ​ ມີ​ສິດ​ໄດ້​ຮັບ​ການ​ສຶກ​ສາ​ຮໍ່າ​ຮຽນ​, ຍົກ​ສູງ​ຄວາມ​ກ້າວ​ໜ້າ​. ມາດ​ຕາ​ 39(ໃໝ່​).    ພົນ​ລະ​ເມືອງ​ລາວ​ມີ​ສິດ​ເຮັດ​ວຽກ​ ແລະ​ປະກອບ​ອາ​ຊີບ​ທີ່​ບໍ່​ຂັດ​ກັບ​ກົດ​ໝາຍ​. ຜູ້​ອອກ​ແຮງ​ງານ​ມີ​ສິດ​ໄດ້​ຮັບ​ການ​ພັກ​ຜ່ອນ​, ໄດ້​ຮັບ​ການ​ປິ່ນ​ປົວ​ໃນ​ເວ​ລາ​ເຈັບ​ເປັນ​, ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ໃນ​ກໍ​ລະ​ນີ​ທີ່​ໝົດ​ຄວາມ​ສາ​ມາດ​ອອກ​ແຮງ​ງານ​, ເສຍ​ອົງ​ຄະ​, ໃນ​ເວ​ລາ​ເຖົ້າ​ແກ່​ ແລະ​ໃນ​ກໍ​ລະ​ນີ​ອື່ນໆ​ຕາມ​ທີ່​ໄດ້​ກໍາ​ນົດ​ໄວ້​ໃນ​ກົດ​ໝາຍ​.

ມາດ​ຕາ​ 40.    ພົນ​ລະ​ເມືອງ​ລາວ​ ມີ​ສິດ​ເສ​ລີ​ພາບ​ໃນ​ການ​ຕັ້ງ​ພູມ​ລໍາ​ເນົາ​ ແລະ​ໃນ​ການ​ໄປ​ມາ​ ຕາມ​ທີ່​ໄດ້​ກໍາ​ນົດ​ໄວ້​ໃນ​ກົດ​ໝາຍ​.

ມາດ​ຕາ​ 41(ໃໝ່​).    ພົນ​ລະ​ເມືອງ​ລາວ​ ມີ​ສິດ​ຮ້ອງ​ທຸກ​, ຮ້ອງ​ຟ້ອງ​ແລະ​ສະ​ເໜີ​ຄວາມ​ເຫັນ​ຕໍ່​ອົງ​ການ​ທີ່​ກ່ຽວ​ ຂ້ອງ​ກ່ຽວ​ກັບ​ບັນ​ຫາ​ທີ່​ພົວ​ພັນ​ເຖິງ​ສິດ​ ແລະ​ຜົນ​ປະ​ໂຫຍດ​ລ​ວມ​ ຫຼື​ສິດ​ ແລະ​ຜົນ​ປະ​ໂຫຍດ​ສະ​ ເພາະ​ຂອງ​ຕົນ​.
    ຄໍາ​ຮ້ອງ​ທຸກ​, ຄໍາ​ຮ້ອງ​ຟ້ອງ​ ແລະ​ຄວາມ​ເຫັນ​ຂອງ​ພົນ​ລະ​ເມືອງ​ຕ້ອງ​ໄດ້​ຮັບ​ການ​ພິ​ຈາ​ລະ​ນາ​ ແລະ​ແກ້​ໄຂ​ຕາມ​ ທີ່​ໄດ້​ກໍາ​ນົດ​ໄວ້​ໃນ​ກົດ​ໝາຍ​.

ມາດ​ຕາ​ 42(ໃໝ່​).
    ພົນ​ລະ​ເມືອງ​ລາວ​ມີ​ສິດ​ໂດຍ​ບໍ່​ມີ​ໃຜ​ຈະ​ລ່​ວງ​ລະ​ເມີດ​ໄດ້​ທາງ​ດ້ານ​ ຮ່າງ​ກາຍ​, ກຽດ​ສັກ​ສີ​ ແລະ​ເຄ​ຫະ​ສະ​ຖານ​. ພົນ​ລະ​ເມືອງ​ລາວ​ຈະ​ບໍ່​ຖືກ​ຈັບ​ຕົວ​ ຫຼືກ​ວດ​ຄົ້ນ​ເຄ​ຫະ​ສະ​ຖານ​ ຖ້າ​ຫາກ​ບໍ່​ມີ​ຄໍາ​ສັ່ງ​ຂອງ​ໄອ​ຍະ​ການ​ ຫຼື​ສານ​ປະ​ຊາ​ຊົນ​ ເວັ້ນ​ເສຍ​ແຕ່​ໃນ​ກໍ​ລະ​ນີ​ທີ່​ໄດ້​ກໍາ​ນົດ​ໄວ້​ໃນ​ກົດ​ໝາຍ​.

ມາດ​ຕາ​ 43.    ພົນ​ລະ​ເມືອງ​ລາວ​ ມີ​ສິດ​ເສ​ລີ​ພາບ​ໃນ​ການ​ເຊື່ອ​ຖື​ ຫຼື​ບໍ່​ເຊື່ອ​ຖື​ສາ​ສະ​ໜາ​.

ມາດ​ຕາ​ 44.    ພົນ​ລະ​ເມືອງ​ລາວ​ ມີ​ສິດ​ເສ​ລີ​ພາບ​ໃນ​ການ​ປາກ​ເວົ້າ​, ຂີດ​ຂຽນ​, ໂຮມ​ຊຸມ​ນຸມ​, ຈັດ​ຕັ້ງ​ ສະ​ມາ​ຄົມ​ ແລະ​ເດີນ​ຂະບວນ​ ທີ່​ບໍ່​ຂັດ​ກັບ​ລະ​ບຽບ​ກົດ​ໝາຍ​.

ມາດ​ຕາ​ 45.    ພົນ​ລະ​ເມືອງ​ລາວ​ມີ​ສິດ​ເສ​ລີ​ພາບ​ໃນ​ການ​ຄົ້ນ​ຄ​ວ້າ​ ແລະ​ນໍາ​ໃຊ້​ຄວາມ​ກ້າວ​ໜ້າ​ ທາງ​ ດ້ານ​ວິ​ທະ​ຍາ​ສາດ​, ເຕັກ​ນິກ​ ແລະ​ເຕັກ​ໂນ​ໂລ​ຢີ​, ປະ​ດິດ​ສ້າງ​ສິ​ລະ​ປະ​ວັນ​ນະ​ຄະ​ດີ​ ແລະ​ດໍາ​ເນີນ​ການ​ເຄື່ອນ​ໄຫວ​ວັດ​ທະ​ນະ​ທໍາ​ ທີ່​ບໍ່​ຂັດ​ກັບ​ລະ​ບຽບ​ກົດ​ໝາຍ​.

ມາດ​ຕາ​ 46.    ລັດ​ປົກ​ປ້ອງ​ສິດ​ ແລະ​ຜົນ​ປະ​ໂຫຍດ​ອັນ​ຖືກ​ກົດ​ໝາຍ​ຂອງ​ພົນ​ລະ​ເມືອງ​ລາວ​ທີ່​ຢູ່​ຕ່າງ​ປະ​ເທດ​.

ມາດ​ຕາ​ 47.    ພົນ​ລະ​ເມືອງ​ລາວ​ ມີ​ພັນ​ທະ​ເຄົາ​ລົບ​ລັດ​ຖະ​ທໍາ​ມະ​ນູນ​ ແລະ​ກົດ​ໝາຍ​, ປະ​ຕິ​ບັດ​ລະ​ບຽບ​ການ​ອອກ​ແຮງ​ງານ​, ລະ​ບຽບ​ການ​ດໍາ​ລົງ​ຊີ​ວິດ​ຂອງ​ສັງ​ຄົມ​ ແລະ​ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ​ຂອງ​ບ້ານ​ເມືອງ​.

ມາດ​ຕາ​ 48.    ພົນນ​ລະ​ເມືອງ​ລາວ​ມີ​ພັນ​ທະ​ເສຍ​ພາ​ສີ​ ແລະ​ສ່ວຍ​ສາ​ອາກອນ​ຕາມ​ລະ​ບຽບ​ກົດ​ໝາຍ​.

ມາດ​ຕາ​ 49.    ພົນ​ລະ​ເມືອງ​ລາວ​ ມີ​ພັນ​ທະ​ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ​ ແລະ​ປ້ອງ​ກັນ​ຄວາມ​ສະ​ຫ​ງົບ​, ປະ​ຕິ​ບັດ​ພັນ​ທະ​ການ​ທະ​ຫານ​ຕາມ​ທີ່​ໄດ້​ກໍາ​ນົດ​ໄວ້​ໃນ​ກົດ​ໝາຍ​.

ມາດ​ຕາ​ 50.    ຊາວ​ຕ່າງ​ດ້າວ​ ແລະ​ຜູ້​ບໍ່​ມີ​ສັນ​ຊາດ​ ກໍ​ມີ​ສິດ​ໄດ້​ຮັບ​ການ​ປົກ​ປ້ອງ​ສິດ​ ແລະ​ເສ​ລີ​ພາບ​ ຕາມ​ທີ່​ໄດ້​ກໍາ​ນົດ​ໄວ້​ໃນ​ກົດ​ໝາຍ​ຂອງ​ ສາ​ທາ​ລະ​ນະ​ລັດ​ ປະ​ຊາ​ທິ​ປະ​ໄຕ​ ປະ​ຊາ​ຊົນ​ລາວ​, ມີ​ສິດ​ຮ້ອງ​ຟ້ອງ​ຕໍ່​ສານ​ ແລະ​ອົງ​ການ​ທີ່​ກ່ຽວ​ຂ້ອງ​ຂອງ​ສາ​ທາ​ລະ​ນະ​ລັດ​ ປະ​ຊາ​ທິ​ປະ​ໄຕ​ ປະ​ຊາ​ຊົນ​ລາວ​,  ມີ​ພັນ​ ທະ​ເຄົາ​ລົບ​ລັດ​ຖະ​ທໍາ​ມະ​ນູນ​ ແລະ​ກົດ​ໝາຍ​ ຂອງ​ສາ​ທາ​ລະ​ນະ​ລັດ​ ປະ​ຊາ​ທິ​ປະ​ໄຕ​ ປະ​ຊາ​ຊົນ​ລາວ​.

ມາດ​ຕາ​ 51.    ສາ​ທາ​ລະ​ນະ​ລັດ​ ປະ​ຊາ​ທິ​ປະ​ໄຕ​ ປະ​ຊາ​ຊົນ​ລາວ​ ອະ​ນຸ​ຍາດ​ການ​ລີ້​ໄພ​ໃຫ້​ແກ່​ຄົນ​ຕ່າງ​ປະ​ເທດ​ ທີ່​ຖືກ​ປາບ​ປາມ​ຍ້ອນ​ໄດ້​ທໍາ​ການ​ຕໍ່​ສູ້​ເພື່ອ​ອິດ​ສະ​ລະ​ພາບ​,  ຄວາມ​ເປັນ​ທໍາ​, ສັນ​ຕິ​ພາບ​ ແລະ​ພາ​ລະ​ກິດ​ວິ​ທະ​ຍາ​ສາດ​.

ຂອບໃຈທີ່ມາ ຈາກ http://www.na.gov.la/index.php

0 ຄວາມຄິດເຫັນ:

Blog Archive

Blog Archive