Friday, June 10, 2011

ໝວດທີ III ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ

Posted by ຄົນອາລົມດີ 10:54 AM, under | No comments

ໝວດທີ III ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ

ອີເມລ ພິມ PDF
ມາດ​ຕາ​ 31.    ພົນ​ລະ​ເມືອງ​ລາວ ມີ​ພັນ​ທະ​ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ​ ແລະ​ປ້ອງ​ກັນ​ຄວາມ​ສະ​ຫ​ງົບ​, ປະ​ຕິ​ບັດ​ພັນ​ທະ​ການ​ທະ​ຫານ​ຕາມ​ທີ່​ໄດ້​ກໍາ​ນົດ​ໄວ້​ໃນ​ກົດ​ໝາຍ.

ມາດ​ຕາ​ 32.    ຊາວ​ຕ່າງ​ດ້າວ ແລະ​ຜູ້​ບໍ່​ມີ​ສັນ​ຊາດ​ກໍ່​ມີ​ສິດ​ໄດ້​ຮັບ​ການ​ປ້ອງ​ກັນ​ສິດ​ ແລະ​ເສ​ລີ​ພາບ​ຕາມ​ທີ່​ໄດ້​ກໍາ​ນົດ​ໄວ້​ຢູ່​ໃນ​ກົດ​ໝາຍ​ຂອງ​ ສາ​ທາ​ລະ​ນະ​ລັດ​ປະ​ຊາ​ທິ​ປະ​ໄຕ​ປະ​ຊາ​ຊົນ​ລາວ​, ມີ​ສິດ​ຮ້ອງ​ຟ້ອງ​ຕໍ່​ສານ​ ແລະ​ອົງ​ການ​ທີ່​ກ່ຽວ​ຂ້ອງ​ຂອງ​ສາ​ທາ​ລະ​ນະ​ລັດ​ປະ​ຊາ​ທິ​ປະ​ໄຕ​ປະ​ຊາ​ຊົນ​ ລາວ​, ມີ​ພັນ​ທະ​ເຄົາ​ລົບ​ລັດ​ຖະ​ທໍາ​ມະ​ນູນ​ ແລະ​ລະ​ບຽບ​ກົດ​ໝາຍ​ຂອງ​ສາ​ທາ​ລະ​ນະ​ລັດ​ປະ​ຊາ​ທິ​ປະ​ໄຕ​ປະ​ຊາ​ຊົນ​ລາວ.

ມາດ​ຕາ​ 33.    ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ​ລາວ​ ອະ​ນຸ​ຍາດ​ການ​ລີ້​ໄພ​ໃຫ້​ແກ່​ຄົນ​ຕ່າງ​ປະ​ເທດ ທີ່​ຖືກ​ປາບ​ປາມ ຍ້ອນ​ໄດ້​ທໍາ​ການ​ຕໍ່​ສູ້​ ເພື່ອ​ອິດ​ສະ​ລະ​ພາບ​, ຄວາມ​ເປັນ​ທໍາ​, ສັນ​ຕິ​ພາບ ແລະ​ພາ​ລະ​ກິດ​ວິ​ທະ​ຍາ​ສາດ

 ທີ່​ມາ
http://www.na.gov.la/index.php

0 ຄວາມຄິດເຫັນ:

Blog Archive

Blog Archive