Thursday, June 9, 2011

ໝວດທີ II ລະບອບເສດຖະກິດ ແລະສັງຄົມ

Posted by ຄົນອາລົມດີ 2:33 PM, under | No comments

ໝວດທີ II ລະບອບເສດຖະກິດ ແລະສັງຄົມ

ອີເມລ ພິມ PDF
ມາດ​ຕາ​ 13 (ໃໝ່​).    ເສດ​ຖະ​ກິດ​ແຫ່ງ​ຊາດ​ຂອງ​ສາ​ທາ​ລະ​ນະ​ລັດ​ ປະ​ຊາ​ທິ​ປະ​ໄຕ​ ປະ​ຊາ​ຊົນ​ລາວ​ ແມ່ນ​ເສດ​ຖະ​ກິດ​ຫຼາຍ​ພາກ​ສ່ວນ​ທີ່​ຄົງ​ຕົວ​ຢ່າງ​ຍາວ​ນານ​ ຊຶ່ງ​ລ້ວນ​ແຕ່​ໄດ້​ຮັບ​ການ​ສົ່ງ​ເສີມ​ ເພື່ອ​ຂະ​ຫຍາຍ​ກໍາ​ລັງ​ການ​ຜະ​ລິດ​, ເປີ​ດກ​ວ້າງ​ການ​ຜະ​ລິດ​, ທຸ​ລະ​ກິດ ແລະ​ການ​ບໍ​ລິ​ການ​, ຫັນ​ເສດ​ຖະ​ກິດ​ທໍາ​ມະ​ຊາດ​ໄປ​ສູ່​ເສດ​ຖະ​ກິດ​ສິນ​ຄ້າ​, ປະ​ຕິ​ບັດ​ການ​ຫັນ​ເປັນ​ອຸດ​ສາ​ຫະ​ກໍາ​ ແລະ​ການ​ຫັນ​ເປັນ​ທັນ​ສະ​ໄໝ; ເຊື່ອມ​ໂຍງ​ກັບ​ເສດ​ຖະ​ກິດ​ຂອງ​ພາກ​ພື້ນ​ ແລະ​ຂອງ​ໂລກ​, ເຮັດ​ໃຫ້​ເສດ​ຖະ​ກິດ​ແຫ່ງ​ຊາດ​ມີ​ສະ​ຖຽນ​ລະ​ພາບ​ ແລະ​ຂະ​ຫຍາຍ​ຕົວ​ຢ່າງ​ຕໍ່​ເນື່ອງ​, ຍົກ​ລະ​ດັບ​ຊີ​ວິດ​ການ​ເປັນ​ຢູ່​ທາງ​ດ້ານ​ວັດ​ຖຸ​ ແລະ​ຈິດ​ໃຈ​ຂອງ​ປະ​ຊາ​ຊົນ​ໃຫ້​ສູງ​ຂຶ້ນ.  ທຸກ​ພາກ​ສ່ວນ​ເສດ​ຖະ​ກິດ​ລ້ວນ​ແຕ່​ມີ​ຄວາມ​ສະ​ເໝີ​ພາບ​ຕໍ່​ໜ້າ​ກົດ​ໝາຍ​ ແລະ​ເຄື່ອນ​ໄຫວ​ຕາມ​ກົນ​ໄກ​ເສດ​ຖະ​ກິດ​ຕະ​ຫຼາດ​,ທັັງ​ແຂ່ງ​ຂັນ​ ແລະ​ຮ່​ວມ​ມື​ກັນ​ຂະ​ຫຍາຍ​ການ​ຜະ​ລິດ​, ທຸ​ລະ​ກິດ ພາຍ​ໃຕ້​ການ​ດັດ​ສົມ​ຂອງ​ລັດ​ຕາມ​ທິດ​ສັງ​ຄົມນ​ຍົມ.

ມາດ​ຕາ​ 14 (ໃໝ່​).
    ລັດ​ສົ່ງ​ເສີມ​ທຸກ​ພາກ​ສ່ວນ​ເສດ​ຖະ​ກິດ​ພາຍ​ໃນ​ປະ​ເທດ​ ລົງ​ທຶນ​ເຂົ້າ​ໃນ​ການ​ຜະ​ລິ​ດ​,ທຸ​ລະ​ກິດ​ ແລະ​ການ​ບໍ​ລິ​ການ​,ປະກອບ​ສ່ວນ​ເຂົ້າ​ໃນ​ການ​ຫັນ​ເປັນ​ອຸດ​ສາ​ຫະ​ກໍາ​ ແລະ​ການ​ຫັນ​ເປັນ​ທັນ​ສະ​ໄໝ,ເຮັດ​ໃຫ້​ເສດ​ຖະ​ກິດ​ແຫ່ງ​ຊາດ​ເຕີບ​ໃຫຍ່​ເຂັ້ມ​ ແຂງ. ມາດ​ຕາ 15 (ໃໝ່​).    ລັດ​ສົ່ງ​ເສີມ​ການ​ລົງ​ທຶນ​ຂອງ​ຕ່າງ​ປະ​ເທດ​ຢູ່​ສາ​ທາ​ລະ​ນະ​ລັດ​ ປະ​ຊາ​ທິ​ປະ​ໄຕ​ ປະ​ຊາ​ຊົນ​ລາວ​,ສ້າງ​ສິ່ງ​ແວດ​ລ້ອມ​ອໍານວຍ​ຄວາມ​ສະດວກ​ໃຫ້​ແກ່​ການ​ນໍາ​ເອົາ ​ທຶນ​, ເຕັກ​ໂນ​ໂລ​ຢີ​ແລະ​ການ​ຄຸ້ມ​ຄອງ​ທີ່​ກ້າວ​ໜ້າ​ເຂົ້າ​ສູ່​ຂະບວນ​ການ​ຜະ​ລິດ​ ,ທຸ​ລະ​ກິດ​ ແລະ​ການ​ບໍ​ລິ​ການ.
    ຊັບ​ສົມ​ບັດ​ ແລະ​ທຶນ​ທີ່​ຖືກ​ຕ້ອງ​ຕາມ​ກົດ​ໝາຍ​ຂອງ​ຜູ້​ລົງ​ທຶນ​ຢູ່​ ສາ​ທາ​ລະ​ນະ​ລັດ​ ປະ​ຊາ​ທິ​ປະ​ໄຕ​ ປະ​ຊາ​ຊົນ​ລາວ​ ຈະ​ບໍ່​ຖືກ​ເກັບ​ເກນ​, ບໍ່​ຖືກ​ຍຶດ​ ຫຼື​ໂອນ​ເປັນ​ຂອງ​ລັດ.

ມາດ​ຕາ​ 16.
    ລັດ​ປົກ​ປ້ອງ​ ແລະ​ເສີມ​ຂະ​ຫຍາຍ​ບັນ​ດາ​ຮູບ​ການ​ກໍາ​ມະ​ສິດ​ຂອງ​ລັດ​, ຂອງ​ລ​ວມ​ໝູ່​, ເອ​ກະ​ເທດ​, ເອ​ກະ​ຊົນ​ພາຍ​ໃນ​ ແລະ​ຕ່າງ​ປະ​ເທດ​ທີ່​ລົງ​ທຶນ​ຢູ່​ ສາ​ທາ​ລະ​ນະ​ລັດ​ ປະ​ຊາ​ທິ​ປະ​ໄຕ​ ປະ ຊາ​ຊົນ​ລາວ.

ມາດ​ຕາ​ 17(ໃໝ​່​).    ລັດ​ປົກ​ປ້ອງ​ສິດ​ກ່ຽວ​ກັບ​ກໍາ​ມະ​ສິດ​ (ສິດ​ຄອບ​ຄອງ​, ສິດ​ນໍາ​ໃຊ້​, ສິດ​ໄດ້​ຮັບ​ ໝາກ​ຜົນ​, ສິດ​ຊີ້​ຂາດ​) ແລະ​ສິດ​ສືບ​ທອດ​ຊັບ​ສົມ​ບັດ​ຂອງ​ການ​ຈັດ​ຕັ້ງ​ ແລະ​ຂອງ​ບຸກ​ຄົນ. ສໍາ​ລັບ​ທີ່​ດິນ​ແມ່ນ​ເປັນ​ກໍາ​ມະ​ສິດ​ຂອງ​ວົງ​ຄະ​ນະ​ຍາດ​ແຫ່ງ​ຊາດ​, ລັດ​ຮັບ​ປະ​ກັນ​ສິດ​ນໍາ​ໃຊ້​, ສິດ​ໂອນ ແລະ​ສິດ​ສືບ​ທອດ​ຕາມ​ກົດ​ໝາຍ.

ມາດ​ຕາ​ 18(ໃໝ​່​).    ລັດ​ຄຸ້ມ​ຄອງ​ເສດ​ຖະ​ກິດ​ ຕ​າມ​ກົນ​ໄກ​ເສດ​ຖະ​ກິດ​ຕະ​ຫຼາດ​ທີ່​ມີ​ການ​ດັດ​ສົມ​ຂອງ​ລັດ​, ປະ​ຕິ​ບັດ​ຫຼັກ​ການ​ສົມ​ທົບ​ການ​ຄຸ້ມ​ຄອງ​ລ​ວມ​ສູນ​ ເປັນ​ເອ​ກະ​ພາບ​ຂອງ​ຂະ​ແໜງ​ການ​ສູນ​ກາງ​ກັບ​ການ​ແບ່ງ​ຄວາມ​ຮັບ​ຜິດ​ຊອບ​ຄຸ້ມ ​ຄອງ​ໃຫ້​ທ້ອງ​ຖິ່ນ​ ຕາມ​ລະ​ບຽບ​ກົດ​ໝາຍ.

ມາດ​ຕາ​ 19.    ທຸກ​ອົງ​ການ​ຈັດ​ຕັ້ງ​ ແລະ​ພົນ​ລະ​ເມືອງ​ທຸກ​ຄົນ​ ຕ​້ອງ​ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ​, ປົກ​ປັກ​ຮັກ​ສາ​ຊັບ​ພະ​ຍາກອນ​ທໍາ​ມະ​ຊາດ​: ໜ້າ​ດິນ​, ພື້ນ​ດິນ​, ປ່າ​ໄມ້​, ສັດ​, ແຫຼ່ງ​ນໍ້າ ແລະ​ອາ​ກາດ.

ມາດ​ຕາ​ 20(ໃໝ່​).    ສາ​ທາ​ລະ​ນະ​ລັດ​ ປະ​ຊາ​ທິ​ປະ​ໄຕ​ ປະ​ຊາ​ຊົນ​ລາວ​ ປ​ະ​ຕິ​ບັດ​ນະ​ໂຍ​ບາຍ​ເປີດ​ ກ​ວ້າງ​ການ​ພົວ​ພັນ​ຮ່​ວມ​ມື​ເສດ​ຖະ​ກິດ​ກັບ​ຕ່າງ​ປະ​ເທດ​ ໂດຍ​ນໍາ​ໃຊ້​ຮູບ​ການ​ສໍາ​ພັນ​ເສດ​ຖະ​ກິດ​ແບບ​ຫຼາຍ​ທິດ​, ຫຼາຍ​ຝ່າຍ​, ຫຼາຍ​ຮູບ​ແບບ​ ບົນ​ຫຼັກ​ການ​ເຄົາ​ລົບ​ເອ​ກະ​ລາດ​, ອະ​ທິ​ປະ​ໄຕ​ ຂອງ​ກັນ​, ສະ​ເໝີ​ພາບ​ ແລະ​ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະ​ໂຫຍດ.

ມາດ​ຕາ 21(ໃໝ່​).    ລັດ​ໃຫ້​ຄວາມ​ສໍາ​ຄັນ​ແກ່​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ ຕ​ິດ​ພັນ​ກັບ​ການ​ພັດ​ທະ​ນາ​ ວັດ​ທະ​ນະ​ທໍາ​-ສັງ​ຄົມ​ ໂດຍ​ໃຫ້​ບູ​ລິ​ມະ​ສິດ​ແກ່​ການ​ພັດ​ທະ​ນາ​ຊັບ​ພະ​ຍາກອນ​ມະ​ນຸດ.       

ມາດ​ຕາ​ 22(ໃໝ່​).    ລັດ​ເອົາ​ໃຈ​ໃສ່​ປະ​ຕິ​ບັດ​ນະ​ໂຍ​ບາຍ​ພັດ​ທະ​ນາ​ການ​ສຶກ​ສ​າ​, ປະ​ຕິ​ບັດ​ລະບອບ​ ການ​ສຶກ​ສາ​ຊັ້ນ​ປະ​ຖົມ​ແບບ​ບັງ​ຄັບ​ ເພື່ອ​ສ້າງ​ຄົນ​ລາວ​ໃຫ້​ເປັນ​ພົນ​ລະ​ເມືອງ​ດີ​, ມີ​ຄຸນ​ສົມ​ບັດ​ສິນ​ທໍາ​ ປະ​ຕິ​ວັດ​, ມີ​ຄວາມ​ຮູ້​ ແລະ​ຄວາມ​ສາ​ມາດ.
    ລັດ ແລະ​ທົ່ວ​ສັງ​ຄົມ​ ຕ​ັ້ງ​ໜ້າ​ພັດ​ທະ​ນາ​ການ​ສຶກ​ສາ​ແຫ່ງ​ຊາດ​ໃຫ້​ມີ​ຄຸນ​ນະ​ພາບ​, ສ້າງ​ໂອ ກາດ​ ແລະ​ເງື່ອນ​ໄຂ​ໃຫ້​ປະ​ຊາ​ຊົນ​ໄດ້​ຮັບ​ການ​ສຶກ​ສາ​ຢ່າງ​ທົ່ວ​ເຖິງ​ ໂດຍ​ສະ​ເພາະ​ປະ​ຊາ​ຊົນ​ທີ່​ຢູ່​ເຂດ​ຫ່າງ​ໄກ​ສອກ​ຫຼີກ​, ຊົນ​ເຜົ່າ​, ແມ່​ຍິງ​, ເດັກ​ນ້ອຍ ແລະ​ຜູ້​ດ້ອຍ​ໂອ​ກາດ.
    ລັດ​ສົ່ງ​ເສີມ​ ແລະ​ຊຸກ​ຍູ້​ໃຫ້​ເອ​ກະ​ຊົນ​ລົງ​ທຶນ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ການ​ສຶກ​ສາ​ແຫ່ງ​ຊາດ​ຕາມ​ກົດ​ໝາຍ.

ມາດ​ຕາ 23(ໃໝ່​).    ລັດ​ສົ່ງ​ເສີມ​ການ​ອະ​ນຸ​ລັກ​ວັດ​ທະ​ນະ​ທໍາ​ ທີ່​ເປັນ​ເອ​ກະ​ລັກ​ ແລະ​ເປັນ​ມູນ​ເຊື້ອ​ອັນ​ ດີ​ງາມ​ຂອງ​ຊາດ​ ແລະ​ຂອງ​ຊົນ​ເຜົ່າ​ ສົມ​ທົບ​ກັບ​ການ​ຮັບ​ເອົາ​ວັດ​ທະ​ນະ​ທໍາ​ທີ່​ກ້າວ​ໜ້າ​ຂອງ​ໂລກ​ຢ່າງ​ ມີ​ການ​ເລືອກ​ເຟັ້ນ.
    ລັດ​ສົ່ງ​ເສີມ​ການ​ເຄື່ອນ​ໄຫວ​ວັດ​ທະ​ນະ​ທໍ​າ​, ສິນ​ລະ​ປະ​ວັນ​ນະ​ຄະ​ດີ​, ການ​ປະ​ດິດ​ຄິດ​ແຕ່ງ​, ຄຸ້ມ​ຄອງ ແລະ​ປົກ​ປັກ​ຮັກ​ສາ​ມໍ​ລະ​ດົກ​ທາງ​ດ້ານ​ວັດ​ທະ​ນະ​ທໍາ​, ປະ​ຫວັດ​ສາດ​ ແລະ​ທໍາ​ມະ​ຊາດ​, ບູ ລະ​ນະ​ປະ​ຕິ​ສັງ​ຂອນ​ວັດ​ຖຸ​ບູ​ຮານ​ ແລະ​ປູ​ຊະ​ນີ​ຍະ​ສະ​ຖານ.
    ລັດ​ເອົາ​ໃຈ​ໃສ່​ປັບ​ປຸງ​ ແລະ​ຂະ​ຫຍາຍ​ວຽກ​ງານ​ສື່ມວນ​ຊົນ​ ເພື່ອ​ຮັບ​ໃຊ້​ພາ​ລະ​ກິດ​ປົກ​ປັກ​ຮັກ​ ສາ ແລະ​ພັດ​ທະ​ນາ​ປະ​ເທດ​ຊາດ.
    ຫ້າມ​ທຸກ​ການ​ເຄື່ອນ​ໄຫວ​ດ້ານ​ວັດ​ທະ​ນະ​ທໍາ​ ຫ​ຼື​ນໍາ​ໃຊ້​ສື່ມວນ​ຊົນ​ ເພ​ື່ອ​ກໍ່​ຄວາມ​ເສຍ​ຫາຍ​ໃຫ້​ແກ່​ຜົນ​ປະ​ໂຫຍດ​ຂອງ​ຊາດ​, ທໍາ​ລາຍ​ຮີດ​ຄອງ​ປະ​ເພ​ນີ​ອັນ​ດີ​ງາມ​ ຫຼື​ກຽດ​ສັກ​ສີ​ຂອງ​ຄົນ​ລາວ.

ມາດ​ຕາ​ 24(ໃໝ່​).    ລັດ​ເອົາ​ໃຈ​ໃສ່​ສົ່ງ​ເສີມ​ສະ​ຕິ​ປັນ​ຍາ​ ແລະ​ຫົວ​ຄິດ​ປະ​ດິດ​ສ້າງ​ໃນ​ວຽກ​ງານ​ການ​ ຄົ້ນ​ຄ​ວ້າ ແລະ​ການ​ນໍາ​ໃຊ້​ວິ​ທະ​ຍາ​ສາດ​-ເຕັກ​ໂນ​ໂລ​ຢີ​, ປົກ​ປ້ອງ​ຊັບ​ສິນ​ທາງ​ປັນ​ຍາ​ ໄປ​ຄຽງ​ຄູ່​ກັບ​ ການ​ບໍາ​ລຸງ​ ແລະ​ກໍ່​ສ້າງ​ນັກ​ວິ​ທະ​ຍາ​ສາດ​ ເພື່ອ​ຊຸກ​ຍູ້​ການ​ຫັນ​ເປັນ​ອຸດ​ສາ​ຫະ​ກໍາ​ ແລະ​ການ​ຫັນ​ເປັນ​ ທັນ​ສະ​ໄໝ.

ມາດ​ຕາ 25(ໃໝ​່​).    ລັດ​ເອົາ​ໃຈ​ໃສ່​ປັບ​ປຸງ​ ແລະ​ຂະ​ຫຍາຍ​ວຽກ​ງານ​ສາ​ທາ​ລະ​ນະ​ສຸກ​ ເພື່ອ​ຮັກ​ສາ​ສຸ​ຂະ​ພາບ​ຂອງ​ປະ​ຊາ​ຊົນ.
    ລັດ ແລະ​ສັງ​ຄົມ​ຕັ້ງ​ໜ້າ​ກໍ່​ສ້າງ​ ແລະ​ປັບ​ປຸງ​ລະ​ບົບ​ການ​ກັນ​ພະ​ຍາດ​ ແລະ​ປິ່ນ​ປົວ​ຄົນ​ເຈັບ​ຢ່າງ​ທົ່ວ​ເຖິງ​, ສ​້າງ​ເງື່ອນ​ໄຂ​ໃຫ້​ປະ​ຊາ​ຊົນ​ທຸກ​ຄົນ​ໄດ້​ຮັບ​ການ​ເບິ່ງ​ແຍງ​ດ້ານ​ສຸ​ຂະ​ ພາບ​ ໂດຍ​ສະ​ເພາະ​ແມ່ນ​ແມ່​ ແລະ​ເດັກ​ນ້ອຍ​, ປະ​ຊາ​ຊົນ​ຜູ້​ທຸກ​ຍາກ​ ແລະ​ຜູ້​ຢູ່​ເຂດ​ຫ່າງ​ໄກ​ສອກ​ຫຼີກ​ ເພື່ອ​ໃຫ້​ທຸກ​ຄົນ​ມີ​ ສຸ​ຂະ​ພາບ​ດີ.
    ລ​ັດ​ສົ່ງ​ເສີມ​ ແລະ​ຊຸກ​ຍູ້​ໃຫ້​ເອ​ກະ​ຊົນ​ລົງ​ທຶນ​ ເປີດ​ການ​ບໍ​ລິ​ການ​ດ້ານ​ສາ​ທາ​ລະ​ນະ​ສຸກ​ ຕາມ ລະ​ບຽບ​ກົດ​ໝາຍ.
    ຫ້າມ​ທຸກ​ການ​ບໍ​ລິ​ການ​ດ້ານ​ສາ​ທາ​ລະ​ນະ​ສຸກ​ ທ​ີ່​ບໍ່​ຖືກ​ຕ້ອງ​ຕາມ​ລະ​ບຽບ​ກົດ​ໝາຍ.

ມາດ​ຕາ​ 26(ໃໝ່​).    ລັດ​ ແລະ​ສັງ​ຄົມ​ເອົາ​ໃຈ​ໃສ່​ຊຸກ​ຍູ້​, ສົ່ງ​ເສີມ ແລະ​ລົງ​ທຶນ​ເຂົ້າ​ໃນ​ການ​ກິ​ລາ​ກາຍ​ຍະ​ກໍາ​ຂອງ​ມະ​ຫາ​ຊົນ​ ນັບ​ທັງ​ປະ​ເພດ​ກິ​ລາ​ທີ່​ເປັນ​ມູນ​ເຊື້ອ​ອັນ​ດີ​ງາມ​ຂອງ​ເຜົ່າ​ຕ່າງໆ​ ແລະ​ກິ​ລາ​ສາ​ ກົນ ເພື່ອ​ຍົກ​ລະ​ດັບ​ຄວາມ​ສາ​ມາດ​ດ້ານ​ການ​ກິ​ລາ​ໃຫ້​ສູງ​ຂຶ້ນ​, ເສີມ​ສ້າງ​ກໍາ​ລັງ​ ແລະ​ສຸ​ຂະ​ພາບ​ຂອງ​ປະ​ຊາ​ຊົນ.

ມາດ​ຕາ​ 27 (ໃໝ່​).    ລັດ​ ແລະ​ສັງ​ຄົມ​ເອົາ​ໃຈ​ໃສ່​ພັດ​ທະ​ນາ​ສີ​ມື​ແຮງ​ງານ​; ຍົກ​ສູງ​ວິ​ໄນ​ແຮງ​ງານ​, ສົ່ງ​ເສີມ​ວິ​ຊາ​ຊີບ​ ແລະ​ວຽກ​ເຮັດ​ງານ​ທໍາ​ຂອງ​ປະ​ຊາ​ຊົນ​; ປົກ​ປ້ອງ​ສິດ​ ແລະ​ຜົນ​ປະ​ໂຫຍດ​ອັນ​ຊອບ​ທໍາ​ຂອງ​ຜູ້​ອອກ​ແຮງ​ງານ.

ມາດ​ຕາ​ 28(ໃໝ່​).    ລັດ​ ແລະ​ສັງ​ຄົມ​ເອົາ​ໃຈ​ໃສ່​ປະ​ຕິ​ບັດ​ນະ​ໂຍ​ບາຍ​ສະ​ຫວັດ​ດີ​ການ​ສັງ​ຄົມ​ເປັນ​ ຢ່າງ​ ດີ ໂດຍ​ສະ​ເພາະ​ຕໍ່​ວິ​ລະ​ຊົນ​ແຫ່ງ​ຊາດ​, ນັກ​ຮົບ​ແຂ່ງ​ຂັນ​, ພະ​ນັກ​ງານ​ບໍາ​ນານ​, ຜູ້​ເສຍ​ອົງ​ຄະ​, ຄອບ​ຄົວ​ຜູ້​ເສຍ​ສະ​ລະ​ຊີ​ວິດ​ ເພື່ອ​ພາ​ລະ​ກິດ​ປະ​ຕິ​ວັດ​ ແລະ​ຜູ້​ມີ​ຄຸນ​ງາມ​ຄວາມ​ດີ​ຕໍ່​ປະ​ເທດ​ຊາດ.

ມາດ​ຕາ​ 29 (ໃໝ່​).    ລັດ​, ສັງ​ຄົມ​ ແລະ​ຄອບ​ຄົວ​ເອົາ​ໃຈ​ໃສ່​ປະ​ຕິ​ບັດ​ນະ​ໂຍ​ບາຍ​ພັດ​ທະ​ນາ​ ແລະ​ສົ່ງ ເສີມ​ຄວາມ​ກ້າວ​ໜ້າ​ຂອງ​ແມ່​ຍິງ​, ປົກ​ປ້ອງ​ສິດ​ ແລະ​ຜົນ​ປະ​ໂຫຍດ​ຂອງ​ແມ່​ຍິງ​ ແລະ​ເດັກ​ນ້ອຍ.

ມາດ​ຕາ 30(ໃໝ່​).    ລັດ​ ແລະ​ສັງ​ຄົມ​ສົ່ງ​ເສີ​ມ​, ພັດ​ທະ​ນາ​ ແລະ​ເປີ​ດກ​ວ້າງ​ການ​ທ່ອງ​ທ່ຽວ​ວັດ​ທະ​ນະ​ ທໍາ​, ປະ​ຫວັດ​ສາດ​ ແລະ​ທໍາ​ມະ​ຊາດ.
ຫ້າມ ​ການ​ທ່ອງ​ທ່ຽວ​ ທ​ີ່​ຈະ​ສ້າງ​ຄວາມ​ເສື່ອມ​ເສຍ​ຕໍ່​ວັດ​ທະ​ນະ​ທໍາ​ອັນ​ດີ​ງາມ​ຂອງ​ຊາດ​ ຫຼື​ຂັດ ກັບ​ລະ​ບຽບ​ກົດ​ໝາຍ​ ຂອງ​ສາ​ທາ​ລະ​ນະ​ລັດ​ ປະ​ຊາ​ທິ​ປະ​ໄຕ​ ປະ​ຊາ​ຊົນ​ລາວ.

 ທີ່​ມາ
http://www.na.gov.la/index.php

0 ຄວາມຄິດເຫັນ:

Blog Archive

Blog Archive