Thursday, June 9, 2011

ໝວດທີ I ລະບອບການເມືອງ

Posted by ຄົນອາລົມດີ 2:31 PM, under | No comments

ໝວດທີ I ລະບອບການເມືອງ

ອີເມລ ພິມ PDF
ມາດ​ຕາ​ 1.    ສາ​ທາ​ລະ​ນະ​ລັດ​ ປະ​ຊາ​ທິ​ປະ​ໄຕ​ ປະ​ຊາ​ຊົນ​ລາວ​ ເປັນ​ປະ​ເທດ​ເອ​ກະ​ລາດ​, ມີ​ອໍາ​ນາດ​ອະ​ທິ​ປະ​ໄຕ​ ແລະ​ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ​ ລ​ວມ​ທັງ​ເຂດ​ນ່ານ​ນໍ້າ​ ແລະ​ນ່ານ​ຟ້າ​; ເປັນ​ປະ​ເທດ​ເອ​ກະ​ພາບ​ຂອງ​ທຸກ​ຊົນ​ເຜົ່າ​ ທີ່​ຕັດ​ແຍກ​ອອກ​ຈາກ​ກັນ​ບໍ່​ໄດ້.

ມາດ​ຕາ​ 2.    ລັດ​ແຫ່ງ​ສາ​ທາ​ລະ​ນະ​ລັດ​ ປະ​ຊາ​ທິ​ປະ​ໄຕ​ ປະ​ຊາ​ຊົນ​ລາວ ແມ່ນ​ລັດ​ປະ​ຊາ​ທິ​ປະ​ໄຕ​ປະ​ ຊາ​ຊົນ​. ອໍາ​ນາດ​ທັງ​ໝົດ​ ເປັນ​ຂອງ​ປະ​ຊາ​ຊົນ​, ໂດຍ​ປະ​ຊາ​ຊົນ​ ແລະ​ເພື່ອ​ຜົນ​ປະ​ໂຫຍດ​ຂອງ​ປະ​ຊາ​ ຊົນ​ບັນ​ດາ​ເຜົ່າ​ ຊຶ່ງ​ປະກອບ​ດ້ວຍ​ບັນ​ດາ​ຊັ້ນ​ຄົນ​ຢູ່​ໃນ​ສັງ​ຄົມ ໂດຍ​ແມ່ນ​ກໍາ​ມະກອນ​, ກະ​ສິກອນ​ ແລະ​ນັກ​ຮຽນ​ຮູ້​ປັນ​ຍາ​ຊົນ​ເປັນ​ຫຼັກ​ແຫຼ່ງ​.

ມາດ​ຕາ​ 3.    ສິດ​ເປັນ​ເຈົ້າ​ປະ​ເທດ​ຊາດ​ ຂອງ​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ ໄດ້​ຮັບ​ການ​ປະ​ຕິ​ບັດ​ແລະ​ຮັບ​ປະ​ກັນ​ດ້ວຍ​ການ​ເຄື່ອນ​ໄຫວ​ຂອງ​ລະ​ບົບ​ການ​ ເມືອງ​  ຊຶ່ງ​ມີ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ​ເປັນ​ແກນ​ນໍາ.

ມາດ​ຕາ​ 4(ໃໝ່​).    ປະ​ຊາ​ຊົນ​ເປັນ​ຜູ້​ສ້າງ​ຕັ້ງ​ອົງ​ການ​ຕົວ​ແທນ​ແຫ່ງ​ສິດ​ອໍາ​ນາດ​ ແລະ​ຜົນ​ປະ​ໂຫຍດ​ ຂອງ​ຕົນ​ ຊຶ່ງ​ມີ​ຊື່​ວ່າ​ສະ​ພາ​ແຫ່ງ​ຊາດ.ການ​ເລືອກ​ຕັ້ງ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ ແມ່ນ​ປະ​ຕິ​ບັດ​ຕາມ​ຫຼັກ​ການ​ທົ່ວ​ໄປ​,ສະ​ເໝີ​ພາບ​, ໂດຍ​ກົງ​ ແລະ​ລົງ​ຄະ​ແນນ​ສຽງ​ປິດ​ລັບ​.ຜູ້​ປ່ອນ​ບັດ​ເລືອກ​ຕັ້ງ​ມີ​ສິດ​ສະ​ເໜີ​ປົດ​ ຜູ້​ແທນ​ຂອງ​ຕົນ​ໄດ້​ ຖ້າ​ຫາກ​ເຫັນ​ວ່າ​ມີ​ການ​ປະ​ພຶດ​ຕົນ​ບໍ່​ສົມ​ກຽດ​ສັກ​ສີ​ ແລະ​ຂາດ​ຄວາມ​ໄວ້​ວາງ​ໃຈ​ຈາກ​ປະ​ຊາ​ຊົນ​.
ມາດ​ຕາ​ 5.    ສະ​ພາ​ແຫ່ງ​ຊາດ​ ແລະ​ທຸກ​ອົງ​ການ​ຂອງ​ລັດ​ໄດ້​ຮັບ​ການ​ຈັດ​ຕັ້ງ​ ແລະ​ເຄື່ອນ​ໄຫວ​ຕາມ​ຫຼັກ​ການ​ລ​ວມ​ສູນ​ປະ​ຊາ​ທິ​ປະ​ໄຕ.

ມາດ​ຕາ​ 6.    ລັດ​ປົກ​ປ້ອງ​ສິດ​ອິດ​ສະ​ລະ​ພາບ​ ແລະ​ສິດ​ປະ​ຊາ​ທິ​ປະ​ໄຕ​ຂອງ​ປະ​ຊາ​ຊົນ​ ທີ່​ບໍ່​ມີ​ໃຜ​ຈະ​ລ່​ວງ​ລະ​ເມີດ​ໄດ້. ທຸກ​ອົງ​ການ​ ແລະ​ພະ​ນັກ​ງານ​ຂອງ​ລັດ ຕ້ອງ​ໂຄ​ສະ​ນາ​ອົບ​ຮົມ​ບັນ​ດາ​ນະ​ໂຍ​ບາຍ​ ແລະ​ລະ​ບຽບ​ກົດ​ໝາຍ​ໃຫ້​ປະ​ຊາ​ຊົນ​ ແລະ​ພ້ອມ​ກັນ​ຈັດ​ຕັ້ງ​ປະ​ຕິ​ບັດ​ ເພື່ອ​ຮັບ​ປະ​ກັນ​ສິດ​ ແລະ​ຜົນ​ປະ​ໂຫຍດ​ອັນ​ຊອບ​ທໍາ​ຂອງ​ປະ​ຊາ​ຊົນ​. ຫ້າມ​ທຸກ​ການ​ກະ​ທໍາ​ແບບ​ອາດ​ຍາ​ສິດ​, ຂົ່ມ​ຂູ່​ ອັນ​ຈະ​ກໍ່​ຄວາມ​  ເສຍ​ຫາຍ ເຖິງ​ກຽດ​ສັກ​ສີ​, ຮ່າງ​ກາຍ​, ຊີ​ວິດ​, ຈິດ​ໃຈ​ ແລະ​ຊັບ​ສົມ​ບັດ​ຂອງ​ປະ​ຊາ​ຊົນ​.

ມາດ​ຕາ​ 7.    ແນວ​ລາວ​ສ້າງ​ຊາດ​, ສະ​ຫະ​ພັນ​ກໍາ​ມະ​ບານ​ລາວ​, ຄະ​ນະ​ຊາວ​ໜຸ່ມ​ປະ​ຊາ​ຊົນ​ປະ​ຕິ​ ວັດ​ລາວ​, ສະ​ຫະ​ພັນ​ແມ່​ຍິງ​ລາວ​ ແລະ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ສັງ​ຄົມ ເປັນ​ບ່ອນ​ເຕົ້າ​ໂຮມ​ຄວາມ​ສາ​ ມັກ​ຄີ ແລະ​ປຸກ​ລະ​ດົມ​ບັນ​ດາ​ຊັ້ນ​ຄົນ​ຂອງ​ທຸກ​ຊົນ​ເຜົ່າ​ເຂົ້າ​ຮ່​ວມ​ໃນ​ພາ​ລະ​ ກິດ​ປົກ​ປັກ​ຮັກ​ສາ​ ແລະ​ສ້າງ​ສາ​ປະ​ເທດ​ຊາດ​, ເສີມ​ຂະ​ຫຍາຍ​ສິດ​ເປັນ​ເຈົ້າ​ຂອງ​ປະ​ຊາ​ຊົນ​, ປົກ​ປັກ​ຮັກ​ສາ​ສິດ​  ແລະ​ຜົນ​ປະ​ໂຫຍດ​ ອັນ​ຊອບ​ທໍາ​ຂອງ​ສະ​ມາ​ຊິກ​ໃນ​ອົງ​ການ​ຈັດ​ຕັ້ງ​ຂອງ​ຕົນ​.

ມາດ​ຕາ​ 8.    ລັດ​ປະ​ຕິ​ບັດ​ນະ​ໂຍ​ບາຍ​ສາ​ມັກ​ຄີ​  ແລະ​ສະ​ເໝີ​ພາບ​ລະ​ຫວ່າງ​ຊົນ​ເຜົ່າ​ຕ່າງໆ. ທຸກ​ຊົນ​ເຜົ່າ​ລ້ວນ​ແຕ່​ມີ​ສິດ​ປົກ​ປັກ​ຮັກ​ສາ​, ເສີມ​ຂະ​ຫຍາຍ​ຮີດ​ຄອງ​ປະ​ເພ​ນີ​ ແລະ​ວັດ​ທະ​ນະ​ທໍາ​ອັນ​ດີ​ງາມ​ຂອງ​ຕົນ ແລະ​ຂອງ​ຊາດ​. ຫ້າມ​ທຸກ​ການ​ກະ​ທໍາ​ແບ່ງ​ແຍກ​ ແລະ​ການ​ປະ​ພຶດ​ຈໍາ​ແນກ​ລະ​ຫວ່າງ​ຊົນ​ເຜົ່າ.ລັດ​ປະ​ຕິ​ບັດ​ທຸກ​ມາດ​ຕະ​ການ​ ເພື່ອ​ຂະ​ຫຍາຍ​ ແລະ​ຍົກ​ລະ​ດັບ​ເສດ​ຖະ​ກິດ​-ສັງ​ຄົມ​ຂອງ​ທຸກ​ຊົນ​ເຜົ່າ​ໃຫ້​ສູງ​ຂຶ້ນ.

ມາດ​ຕາ​ 9 (ໃໝ່​).    ລັດ​ເຄົາ​ລົບ​ ແລະ​ປົກ​ປ້ອງ​ການ​ເຄື່ອນ​ໄຫວ​ອັນ​ຖືກ​ກົດ​ໝາຍ​ຂອງ​ພຸດ​ທະ​ສາ​ສະ​ ນິ​ກະ​ຊົນ​ ແລະ​ສາ​ສະ​ນິ​ກະ​ຊົນ​ອື່ນ​. ປຸກ​ລະ​ດົມ​ສົ່ງ​ເສີມ​ພະ​ພິກ​ຂຸ​ສາ​ມະ​ເນນ​ ແລະ​ນັກບ​ວດ​ຂອງ​ສາ​ສະ​ ໜາ​ໃຫ້​ເຂົ້າ​ຮ່​ວມ​ ໃນ​ການ​ເຄື່ອນ​ໄຫວ​ທີ່​ເປັນ​ປະ​ໂຫຍດ​ແກ່​ປະ​ເທດ​ຊາດ​ ແລະ​ປະ​ຊາ​ຊົນ​. ຫ້າມ​ທຸກ​ ການ​ກະ​ທໍາ​ ທີ່​ເປັນ​ການ​ແບ່ງ​ແຍກ​ສາ​ສະ​ໜາ​, ແບ່ງ​ແຍກ​ປະ​ຊາ​ຊົນ​.

ມາດ​ຕາ​ 10 (ໃໝ່່​).    ລັດ​ຄຸ້ມ​ຄອງ​ສັງ​ຄົມ​ດ້ວຍ​ລັດ​ຖະ​ທໍາ​ມະ​ນູນ​ ແລະ​ກົດ​ໝາຍ​. ອົງ​ການ​ຈັດ​ຕັ້ງ ຂອງ​ພັກ​, ລັດ​, ແນວ​ລາວ​ສ້າງ​ຊາດ​, ອົງ​ການ​ຈັດ​ຕັ້ງ​ມະ​ຫາ​ຊົນ​, ອົງ​ການ​ຈັດ​ຕັ້ງ​ສັງ​ຄົມ​ ແລະ​ພົນ​ລະ​ເມືອງ​ທຸກ​ຄົນ​ຕ້ອງ​ເຄົາ​ລົບ​ ແລະ​ປະ​ຕິ​ບັດ​ລັດ​ຖະ​ທໍາ​ມະ​ນູນ​ ແລະ​ກົດ​ໝາຍ​ຢ່າງ​ເຂັ້​ມງ​ວດ​.

ມາດ​ຕາ​ 11 (ໃໝ່​).    ລັດ​ປະ​ຕິ​ບັດ​ແນວ​ທາງ​, ນະ​ໂຍ​ບາຍ​ປ້ອງ​ກັນ​ຊາດ​-ປ້ອງ​ກັນ​ຄວາມ​ສະ​ຫ​ງົບ​ທົ່ວ​ປ​ວງ​ຊົນ ແລະ​ຮອບ​ດ້ານ​; ປັບ​ປຸງ​ ແລະ​ກໍ່​ສ້າງ​ກໍາ​ລັງ​ປ້ອງ​ກັນ​ຊາດ​-ປ້ອງ​ກັນ​ຄວາມ​ສະ​ຫ​ງົບ​ ໃຫ້​ເຂັ້ມ ແຂງ​, ມີ​ຄວາມ​ຈົງ​ຮັກ​ພັກ​ດີ​ຕໍ່​ປະ​ເທດ​ຊາດ ແລະ​ຕໍ່​ປະ​ຊາ​ຊົນ​, ມີ​ຄວາມ​ສາ​ມາດ​ປະ​ຕິ​ບັດ​ໜ້າ​ທີ່​ປົກ​ປັກ​ຮັກ​ສາ​ໝາກ​ຜົນ​ຂອງ​ການ​ປະ​ຕິ​ ວັດ​, ຊີ​ວິດ​, ຊັບ​ສິນ​ ແລະ​ການ​ອອກ​ແຮງ​ງານ​ຂອງ​ປະ​ຊາ​ຊົນ​; ປະ ກອບ​ສ່ວນ​ເຂົ້າ​ໃນ​ພາ​ລະ​ກິດ​ພັດ​ທະ​ນາ​ປະ​ເທດ​ຊາດ​ໃຫ້​ຮັ່ງ​ມີ​ເຂັ້ມ​ແຂງ.

ມາດ​ຕາ​ 12.    ສາ​ທາ​ລະ​ນະ​ລັດ​ ປະ​ຊາ​ທິ​ປະ​ໄຕ​ ປະ​ຊາ​ຊົນ​ລາວ ປະ​ຕິ​ບັດ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ ສັນ​ຕິ​ພາບ​, ເອ​ກະ​ລາດ​, ມິດ​ຕະ​ພາບ​ ແລະ​ການ​ຮ່​ວມ​ມື​; ຂະ​ຫຍາຍ​ສາຍ​ພົວ​ພັນ ແລະ​ການ​ຮ່​ວມ​ມື​ກັບ​ທຸກ​ປະ​ເທດ​ ບົນ​ຫຼັກ​ການ​ຢູ່​ຮ່​ວມ​ກັນ​ໂດຍ​ສັນ​ຕິ​, ເຄົາ​ລົບ​ເອ​ກະ​ລາດ​, ອະ​ທິ​ປະ​ໄຕ​, ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ​ຂອງ​ກັນ​, ບໍ່​ແຊກ​ແຊງ​ເຂົ້າ​ວຽກ​ງານ​ພາຍ​ໃນ​ຂອງ​ກັນ​, ສະ​ເໝີ​ພາບ​ ແລະ​ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະ​ໂຫຍດ​. ສາ​ທາ​ລະ​ນະ​ລັດ​ ປະ​ຊາ​ທິ​ປະ​ໄຕ​ ປະ​ຊາ​ຊົນ​ລາວ​ ສະ​ໜັບ​ສະ​ໜູນ​ການ​ຕໍ່​ສູ້​ຂອງ​ປະ​ຊາ​ຊົນ​ໃນ​ໂລກ​ ເພື່ອ​ສັນ​ຕິ​ພາບ​,ເອ​ກະ​ລາດ​ແຫ່ງ​ຊາດ​,ປະ​ຊາ​ທິ​ປະ​ໄຕ​ແລະ​ຄວາມ​ກ້າວ​ໜ້າ​ ທາງ​ສັງ​ຄົມ​.
 ທີ່​ມາ
http://www.na.gov.la/index.php

0 ຄວາມຄິດເຫັນ:

Blog Archive

Blog Archive