Friday, May 6, 2011

ກຸ່ມອາການເສີຍຂອງຄັອມພິວເຕີ້


ກຸ່ມອາການເສີຍຂອງຄັອມພິວເຕີ້
ລັກສະນະ ອາການເພຂອງຄອມພິວເຕີ້ ເຮົາສາມາດແບ່ງໄດ້ 5 ກຸ່ມ ອາການ ດັ່ງນັ້ນໃນການຄົ້ນຫາສາເຫດຂອງອາການເພ ກໍ່ໃຫ້ເບິ່ງອາການ ເພທີ່ຢູໃນກຸ່ມດັ່ງນີ້
1 ຄົ້ນຫາອາການ ຂອງເຄື່ອງຈາກສຽງ Beep Code
                ທຸກໆ ເທື່ອທີ່ເຮົາເປິດໃຊ້ງານເຄື່ອງເທື່ອທໍາອິດ ກໍ່ຈະໄດ້ງິນສຽງ ປີບ ດັງສັ້ນໆ 1 ເທື່ອ ແລ້ວເຄື່ອງກໍ່ຈະໃຊ້ງານ ຕາມປົກະຕິ  ແຕ່ຖ້າເມືອໃດ ທີ່ໄດ້ງິນສຽງ ຫລາຍກວ່າ 1 ເທື່ອ ຫລືມີສຽງດັງຍາວໆ ຈາກນັ້ນເຄື່ອງຢຸດການປະຕິບັດການຂອງລະບົບ ສະແດງວ່າເຄື່ອງຄອມຂອງເຮົາມີປັນຫາແນ່ນອນ ເມື່ອເຮົາພົບອາການແບບນີ້ໃຫ້ຟ້າວມອດເຄື່ອງທັນທີ ເພາະວ່າຕາບໃດເຄື່ອງຍັງບໍ່ທັນແກ້ໄຂ ກໍ່ຈະບໍ່ສາມາດໃຊ້ງານເຄື່ອງໄດ້ ຈົນກວ່າຈະແກ້ໄຂປັນຫາເສັຍກ່ອນ  ສຽງປີບທີ່ເຮົາໄດ້ງິນ ຖຶກເອິ້ນວ້າ Beep Code ເຊິ່ງຈະມີຈໍານວນ ດັງບໍ່ທໍ່ັກັນ
ບາງເທື່ອຈະມີສຽງດັງສັ້ນ ບາງເທື່ອຈະມີສຽງດັງຍາວ  ລັກສະນະຂອງສຽງທີ່ດັໝແຕກຕ່າງກັນນີ້ເອງຈະບອກໃຫ້ເຮົາຮູ້ວ່າ ອຸບປະກອນໂຕໃດມີປັນຫາ  ດັ່ງນັ້ນຖ້າເຮົາພົບປັນຫາລັກສະນະນີ້ ກໍ່ຕ້ອງລອງພັງໃຫ້ດີວ່າ ດັງຈັກເທື່ອ ສັ້ຍາວແບບໃດ ແລ້ວນຳໄປເບິ່ງກັບຕາລາງ  ໃບອອດ ເພື່ອຈະຮູ່ວ່າ ອຸປະໂຕໃດເປັນຕົ້ນເຫດ  ແລ້ວຈະໄດ້ທາງແກ້ໄຂຕໍ່ໄປ
2 ສັງເກດເບິ່ງຂໍ້ມູນຂອງເຄື່ອງ ໂດຍເບິ່ງຈາກຂໍ້ມູນ ທີ່ແຈ້ງຢູ່ໜ້າຈໍຄອມ
ການແຈ້ງປັນຫາຫຼືຄວາມຜິດປົກະຕິທີ່ເຄື່ອງ ຄົ້ນພົບ ໂດຍຂໍ້ມູນເທິງໜ້າຈໍ ເຊິ່ງເຮົາເອີ້ນວ່າ Message Error ນັບເປັນກາຣແຈ້ງປັນຫາອີກແບບໜຶ່ງ ທີ່ມີປະໂຫຍດ
ເພາະເຮົາສາມາດຮູ້ປັນຫາໄດ້ທັນທີ ວ່າອຸປະກອນໂຕໃດປະຕິບັດການຜິດປົກະຕິ ຫຼືມີປັນຫາ ເຊິ່ງຈະນໍາໄປສູ່ແນງທາງ ການແກ້ໄຂປັນຫາ ທີ່ງ່າຍຂຶ້ນ ຕົວຢ່າງ ຂໍ້ຄວາມທີ່ປາກົດໃຫ້ເຫັນ ດຸທີ່ໜ້າຈໍ ຕະລອດເຊັ່ນ
CMOS checksum Error
CMOS BATTERY State Low
HDD Controller Failure
Diskplay switch not proper
  
ດັ່ງນັ້ນຖ້າເຮົາພົບວ່າເຄື່ອງໄດ້ແຈ້ງປັນຫາ ໃຫ້ຮູ້ ກໍ່ຕ້ອງຫາທາງແກ້ໄຂປັນຫາຢ່າງທັນທີ ແຕ່ຖ້າບໍ່ສາມາດແກ້ໄຂ້ປັນຫາໄດ້ທັນທີ ກໍ່ໃຫ້ຈົດຂໍ້ຄວາມທີ່ປາກົດທີ່ໜ້າຈໍໄວ້ເພື່ອເອົາໄວ້ສອບຖາມ ຜູ້ທີ່ສາມາດໃຫ້ຄໍາແນະນໍາໄດ້ ຫຼື ເອົາໄປໃຫ້ຮ້ານແປງຄອມ ກໍ່ໄດ້ ເພື່ອໃຫ້ການກວດເບິ່ງອາການ ແກ້ໄຂປັນຫາໄດ້ໄວຂຶ້ນ
3. ກວດສອບອາການ ໂດຍສັງເກດຄວາມຜິດປົກະຕິຂອງເຄື່ອງທີ່ສາມາດສັງເກດຈາກອາການ
ວິທີນີ້ຈະຕ້ອງໃຊ້ທັກສະ ຄວາມຮູ້ແລະຄວາມຊໍານານ ມາກກວ່າ 2 ແບບແລກ ເພາະຈະເປັນອາການທີ່ເຄື່ອງບໍມີຄໍາສັງຫຼືຂໍ້ຄວາມໃດໆປາກົດ
ມີປັນຫາຫຼືສຽຍຫາຍ ມີແຕ່ຄວາມຜິດປົກະຕິທີ່ເຮົາສາມາດສັງເກດໄດ້ທາງກາຍະພາບ ຢ່າງເຊັ່ນ ເປິດສະວິກແລ້ວໄຟບໍຕິດ ,ເສີບປັກແລ້ວເຄື່ອງກໍ່ເປິດທັນທີ ,
ເປິດໃຊ້ເຄື່ອງໄດ້ບໍຮອດ 5 ນາທີ ລະບົບກໍ່ລົ້ມ ເປັນຕົ້ນ ຈະເຫັນວ່າອາການດັ່ງກ່າວບໍ່ໄດ້ແຈ້ງຂໍ້ຄວາມຂຶ້ນມາໃຫ້ຮູ້ ນອກຈາກອາການຜິດປົກະຕິທີ່ເຮົາຮັບຮູ້ ໄດ້ ດັ່ງນັ້ນໃນການແກ້ໄຂປັນຫາໃນລັກສະນະນີ້ຈຶ່ງຈະຕ້ອງອາໃສຜູ້ທີ່ມີປະສົບການຫຼືຊ່າງ ຜູ້ຊໍານານງານຈຶ່ງຈະສາມາດວິເຄາະ ຕວດສອບ ແລະທໍາການຊອບແຊມ ແກ້ໄຊປັນຫາໄດ້
4. ກວດສອບອາການເສັຍທີ່ເຮົາສາມາດລະບຸອຸປະກອນໄດ້ເລີຍ
ປັນຫາແບບນີ້ຈະເປັນອຸປະກອນທີ່ເຮົາໃຊ້ຢູ່ເປັນປະຈໍາແຕ່ຖ້າຢູໆ ກໍ່ບໍ່ສາມາດທໍາງານ ຫຼືທໍາງານໄດ້ບໍ່ຄອຍດີ ເຮົາກໍ່ຮູ້ໄດ້ທັນທີວ່າ ໂຕໃດເສັຍ ຢ່າງເຊັ່ນ ໄດ້ຊີດີລອມ ບໍ່ທໍາງານ ພາບໃນໜ້າຈໍໍສັ່ນຫຼືກະພິບ ໃດ້A ບໍ່ຍອມອ່ານແຜ່ນເປັນຕົ້ນ ຈະເຫັນວ່າເປັນປັນຫາທີ່ຜິດປົກະຕິຂອງອຸປະກອນຊິ້ນນັ້ນໆ ໂດຍກົງ ການກວດສອບຫຼືກວດເຊັກຈຶງທໍາໄດ້ງ່າຍ ບໍ່ຄ່ອຍຸ່ງຢາກຄື ກັບ 3 ແບບທີ່ຜ່ານມາ
5. ກວດສອບອາການເສັຍທີ່ເກິດຈາກການອັບເກດອຸປະກອນ ໄປຈົນເຖິງການປັບແຕ່ງເຄື່ອງ
      ສິ່ງທີ່ທໍາໃຫ້ເຄື່ອງເກິດປັນຫາອີກຢ່າງກໍ່ຄື ການເພິ່ມເຕິມ ປັບປຽຫຼືປັບແຕ່ງອຸປະກອນບາງໂຕກໍ່ທໍາໃຫ້
ເກິດປັນຫາໄດ້ອີກ ຄືກັນເຊັ່ນ ກາຣອັບເກດແລັມ ແລ້ວເຄື່ອງແຮ້ງ Overclock ຊີພີຢູຈົນໄໝ
ປັບ bois ແລ້ວເຄື່ອງລວນ ເປັນຕົ້ນ ຈະເຫັນວ່າໃນສພາບເຄີ່ອງກ່ອນກະທໍາໃດໆ ຢັງປະຕິບັດການໄດ້ປົກະຕິຢູ ແຕ່ຫຼັງຈາກທີ່ມີການອັບເກດ ຫຼື ປັບແຕ່ງເຄື່ອງແລ້ວກໍ່ມີປັນຫາຕາມມາທັນທີ

0 ຄວາມຄິດເຫັນ:

Blog Archive

Blog Archive