Wednesday, April 27, 2011

ສຳພາດ ຄຣີມ ທິດາສວັນ

Posted by ຄົນອາລົມດີ 8:04 PM, under | No comments

ສັມພາດ ຄຣີມ ທິດາສວັນ, Cream Thidasavanh, ສິລປິນ ນັກຮ້ອງສາວ ປະເພດ pop, soft rock, R&B, ຊຶ່ງກໍາລັງ ໄດ້ຮັບຄວາມນິຍົມ ຢ່າງກ້ວາງຂວາງ ແລະ ເປັນຂັວນໃຈ ໜຸ່ມສາວ ທັງພາຍໃນ ແລະ ຕ່າງປະເທດ.

ຄຣີມ ອອກ​ຊຸດ​ທໍາ​ອິດ ມາ​ໄດ້​ປະມານ 2 ປີ​ແລ້ວ. ພາຍຫລັງ ທີ່​ອອກ​ຊຸດ ທໍາ​ອິດ ນາງ ກໍ​ໄດ້​ໄປ ສະ​ແດງ​ຄອນ​ເສີຣທ ​​ໃນ​ຫລາຍໆ​ແຂວງ ພາຍ​ໃນ​ປະ​ເທດ​ລາວ, ພ້ອມ​ກັບ ​ໄດ້​ໄປ ອອກ​ຣາຍການ ​ໂທຣະທັດ ຂອງ​ໄທ ​ແລະ ​ໃຫ້​ສັມພາດ ​ໃນ​ຫລາຍໆ ສະຖານີ ວິທຍຸ ​ໃນ​ເຂດ​ພາກ​ອິສານ ຂອງ​ໄທ.

ຄຣີມ ທິດາ​ສວັນ ​ມັກ​ຮ້ອງ​ເພງ ​ແຕ່​ອາຍຸ 13 ປີ, ​ໃນ​ເວລາ​ນັ້ນ ຝຶກ​ຮ້ອງ ຈາກ ​ຄາ​ຣາ​ໂອ​ເກະ. ມາ​ຮອດ​ປີ 2006 ຄຣີມ ​ໄດ້​ສມັກ ຮ້ອງ​ເພງ ​ໃນ​ຄ້າຍ​ເພງ ລາວ ອາຣ ​ເມ​​ເດັຍ ​ໂດຍ​ໄດ້​ສົ່ງ ຕົວຢ່າງ​ໄປ​ໃຫ້​ ທາງ​ບໍ​ຣິສັດ.




ປ້າຍກຳກັບ : ຮ້ານຕັດຜັມ ແລກ ເຊໂນ

0 ຄວາມຄິດເຫັນ:

Blog Archive

Blog Archive